ຫາຍຟ່ອງ ເປີດສະຫຼອງ ປີທ່ອງທ່ຽວ ກ໋າດບ່າ

ຫາຍຟ່ອງ ເປີດສະຫຼອງ ປີທ່ອງທ່ຽວ ກ໋າດບ່າ - ảnh 1
(ພາບປະກອບ)

(vovworld) - ພິທີສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ປະທານ​ໂຮ່ຈິ​ມິນ ມາ​ຢ້ຽມຢາມໝູ່​ບ້ານ​ຫາ​ປາກ໋າດຫ້າ​ຍ - ກ໋າດ​ບ່າ, ວັນ​ມູນ​ເຊື້ອ​ຂະ​ແໜງ​ສິນ​ໃນ​ນ້ຳ​ຫວຽດນາມ (01/04/1959 – 01/04/2014) ​ແລະ ​ເປີດ​ສະຫຼອງ​ປີທ່ອງ​ທ່ຽວ ກ໋າດບ່າ ​ເຊິ່ງດຳ​ເນີນ​ໃນຕອນ​ຄໍ່າ​ວັນ​ທີ 30/03 ຢູ່​ເກາະ​ກ໋າດບ່າ, ນະຄອນ​ຫາຍ​ຟ່ອງ.

        ​ອ່ານ​ສູນ​ທອນ​ພົດ​ທີ່​ພິທີ, ທ່ານ​ ບຸ​ຍຈຸ​ງ​ເຫ​ງີ້ຍ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ກ໋າດຫາຍ ​ໄດ້​ຫວນ​ຄືນ​ເຫດການ​ກ່ອນ​ນີ້ 55 ປີ (31/03/1959), ​​ເມືອງ​ເກາະ​ກ໋າດບ່າ, ກ໋າດຫາຍ ​ເປັນ​ກຽດ​ໄດ້​ຕ້ອນຮັບ​ປະທານ​ໂຮ່ຈິ​ມິນ ມາ​ຢ້ຽມຢາມ.

        ຕໍ່​ຈາກ​ນັ້ນ, ທ່ານ ​ໂດ້ຈູງ​ທ້ວາຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຫາຍ​ຟ່ອງ​ ​ໄດ້​ຕີ​ກອງ​ເປີດ​ສະຫຼອງ​ປີ​ທ່ອງ​ທ່ຽວ​ກ໋າດບ່າ ປີ 2014. ນັກ​ທ່​ອງທ່ຽວ ຕ້າ​ວັນ​ເຊົ໋າ, ຢູ່​​​ແຂວງ​ທ໋າຍບິ່ງ ​ແບ່ງປັນ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ພ້ອມກັນ​ຈັດ​ຕັ້ງ​ຄະນະ​ໄປ​ທ່ອງ​ທ່ຽວ ກ໋າດບ່າ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ມາ​ແຫ່ງ​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ມ່ວນຫຼາຍ, ທິວ​ທັດ​ທຳ​ມະ​ຊາດຢູ່​ທີ່​ນີ້​ສວຍ​ງາມ ​ແລະ ປະຊາຊົນຍາມ​ໃດ​ກໍ່​ຍິ້ມ​ແຍ້ມ​ແຈ່ມໄສ, ຮັກ​ແພງ​ແຂກ​ຄົນ. ​ເມື່ອ​ກັນ​ເມືອ​, ຂ້າພະ​ເຈົ້າ​ຈະ​ເຫຼົ່າ​ໃຫ້​ທຸກ​ຄົນ​ຟັງ, ​ແນ່ນອນ​ວ່າ, ລະດູ​ທ່ອງ​ທ່ຽວ​ປີໜ້າ ຂ້າພະ​ເຈົ້າ​ຈະ​ມາ​ຢ້ຽມຢາມ​ແຫ່ງ​ນີ້​ອີກ, ຍ້ອນ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້​ງາມ​ຫຼາຍ”.

ຂ່າວ/ບົດ​ອື່ນ