ຫາຍຟ່ອງສະເຫນີ UNESCO ຮັບຮອງໝູ່ເກາະກາດບາເປັນມໍລະດົກທຳມະຊາດໂລກ

ຫາຍຟ່ອງສະເຫນີ UNESCO   ຮັບຮອງໝູ່ເກາະກາດບາເປັນມໍລະດົກທຳມະຊາດໂລກ - ảnh 1
ໝູ່​ເກາະ​ກາດ​ບ່າ ລວມມີ​ເກາະນ້ອຍໃຫຍ່ 300 ​ແຫ່ງ
photo:vietbao.vn
(vovworld) - ​​ເພື່ອ​ເລີ່​ມປະຕິບັດ​ການ​ສະ​ເຫ​ນີ UNESCO  ຮັບຮອງ​ໝູ່​ເກາະ ກາດ​ບາ ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ໂລກ, ນະຄອນ ຫາຍ​ຟ່ອງ ຈະ​ຈັດ​ຕັ້ງ​ການ​ເຄ່ືອນ​ໄຫວ​ຈຳນວນ​ຫນ່ຶງ​ໃນ​ຂອບ​ເຂດ​ງານ​ບຸນ​ດອກ​ຝາງ​ແດງ​ຄັ້ງ​ທີ 3 ຊື່​ງຈະ​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 9-11/5/2014 ຢູ່ ນະຄອນ ຫາຍ​ຟ່ອງ. ດ​້ວຍຫົວ​ຂໍ້​ວ່າ: “ກາດ​ບ່າທາມ​ກາງ​ສີສັນ​ດອກ​ຝາງ​ແດງ”, ​ຈຸດ​ເດັ່ນ​ຂອງ​ງານ​ບຸນ​ຄັ້ງນີ້​ແມ່ນ​ງານ​ລາຕີ“ ກາດ​ບ່າ​ທາມ​ກາງ​ສີສັນ​ດອກ​ຝາງ​ແດງ” ຈະ​ຖື​ກຈັດ​ຂຶ້ນ​ໃນ​ວັນ​ທີ 10/5/2014 ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ອຸດົມ​ສົມ​ບູນຫລາຍ​ຢ່າງ. ໝູ່​ເກາະ​ກາດ​ບ່າ ລວມມີ​ເກາະນ້ອຍໃຫຍ່ 300 ​ແຫ່ງ, ​ໃນ​ນັ້ນ ​ເກາະ ກາດ​ບ່າ​ຢູ່ ທາງ​ທິດ​ໃຕ້​ອ່າວ ຮ້າ​ລອງ, ນອກ​ຝ່ັງ​ທະ​ເລ ຫາຍ​ຟ່ອງ ​ແລະ ​​ກວາງນີງ. ໝູ່​ເກາະ​ກາດ​ບ່າ ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ ​ແມ່ນ​ເຂດ​ນິ​ເວດ​ວິທະຍາ​ໂລກ.

 

ຂ່າວ/ບົດ​ອື່ນ