ຫຼາຍ​ສະ​ຖານ​ທີ່​ທ​່ອງ​ທ່ຽວ​ແຂວງ​ເຊີນ​ລາ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຍາມ​ບຸນ​ເຕັດ 2023

(VOVWORLD) - ໃນຊຸມວັນຕົ້ນປີໃໝ່ປີແມວ 2023, ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງຢູ່ເຊີນລາ ດຶງດູດໄດ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ.

ຫຼາຍ​ສະ​ຖານ​ທີ່​ທ​່ອງ​ທ່ຽວ​ແຂວງ​ເຊີນ​ລາ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຍາມ​ບຸນ​ເຕັດ 2023 - ảnh 1ສະຖານທີ່ທ່ອງທ່ຽວແຂວງເຊີນລາ ດຶງດູດແຂກທ່ອງທ່ຽວຍາມບຸນເຕັດ 2023

ຢູ່ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ, ເຊີນລາ (ຊິ່ງໄດ້ຮັບການເຊີດຊູແມ່ນຈຸດນັດພົບແຫ່ງທຳມະຊາດໃນພາກພື້ນ ແຖວໜ້າໂລກ 2022 ຢູ່ພິທີມອບລາງວັນທ່ອງທ່ຽວ ໂລກ World Travel Awards 2022, ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 11 ພະຈິກ ປີ 2022 ຢູ່ ໂອມານ), ມີແຂກທ່ອງທ່ຽວເປັນຈຳນວນຫຼາຍມາຢ້ຽມຊົມເພີ່ມຂຶ້ນສູງ, ມີສະຖານທີ່ພັກເຊົ່າຫຼາຍແຫ່ງ ໄດ້ຈ້ອງເຕັມກ່ອນນັ້ນ 1 ເດືອນ. ອ້າຍ Efe Bugra Acikalin, ແຂກທ່ອງທ່ຽວແຟງລັງ ສະແດງວ່າ:

ປະຊາຊົນຢູ່ແຫ່ງນີ້ມີຄວາມ ອົບອຸນ ຮັກແພງແຂກຄົນແລະ ຕ້ອນຮັບແຂກທ່ອງທ່ຽວຢ່າງສຸດຈິດສຸດໃຈ, ທິວທັດທຳມະຊາດກໍ່ສວຍງາມທີ່ສຸດ. ຂ້າພະເຈົ້າມາຈາກ ແຟນລັງ, ປະເທດຂອງຂ້າພະເຈົ້າກໍ່ມີຊື່ສຽງກ່ຽວກັບທິວທັດທຳທະຊາດທີ່ສວຍງາມ ແຕ່ຂ້າພະເຈົ້າຮູ້ສຶກວ່າ ຫວຽດນາມ ມີຄວາມງາມແບບຕ່າງຫາກ. ຂ້າພະເຈົ້າໄດ້ໄປທ່ຽວ 25 ປະເທດຢູ່ເອີລົບແລ້ວ ແຕ່ຂ້າພະເຈົ້າບໍ່ເຄີຍເຫັນປະເທດໃດທີ່ປະຊາຊົນມີຄວາມເປັນມິດຄືຈັງຊີ້. ເຍື່ອງອາຫານແບບທ້ອງຖິ່ນກໍ່ແຊບຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ