ຫຼາຍຮາກຖານສາສະໜາຈັດພິທີອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ່າງສົມກຽດ

(VOVWORLD) - ວັນທີ 25 ກໍລະກົດ, ພິທີອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢູ່ຫຼາຍຮາກຖານສາສະໜາໃນທົ່ວປະເທດ.
ຫຼາຍຮາກຖານສາສະໜາຈັດພິທີອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ່າງສົມກຽດ - ảnh 1(ວັດ ເຟີດງອກຊ໊າເລີ້ຍ, ບ້ານ ເຕິນງ້າຍ, ນະຄອນ ວິງລອງ, ຈັດພິທີອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ)

        ຢູ່ວັດ ອຽນຕື, ນະຄອນ ອວງບິ, ແຂວງ ກວາງນິງ, ຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ, ພຸດທະສາສະນິກກະຊົນໄດ້ຖະຫວາຍທູບທຽນ, ອາໄລຫາປະທານ ໂຮ່ຈີມິນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ທ່ານ ຫງວຽນຈ້ອງຕ່າຍ, ປະຊາຊົນແຂວງ ກວາງນິງ, ແບ່ງປັນວ່າ:

        “ພິທີອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ພິທີ ຕອບບຸນແທນຄຸນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດໂດຍສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ກວາງນິງ ຈັດຂຶ້ນຢູ່ວັດ ຈຸກເລິມອຽນຕື ແມ່ນວຽກງານມີຄວາມໝາຍທີ່ມີລັກສະນະວັດທະນະທຳມະນຸດທີ່ສຸດ ແລະ ສົມກັບຈິດໃຈຂອງປະຊາຊົນ. ຮູບພາບທ່ານ ຫງວຽນຝູຈ້ອງ ຍາມໃດກໍ່ຍືນຍົງຄົວຕົວໃນດວງໃຈຂອງປະຊາຊົນ ຫວຽດນາມ ຕະຫຼອດໄປ”.

        ແລະກໍ່ໃນວັນທີ 25 ກໍລະກົດ, ຢູ່ວັດ ເຟີດງອກຊ໊າເລີ້ຍ, ບ້ານ ເຕິນງ້າຍ, ນະຄອນ ວິງລອງ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ວິງລອງ ໄດ້ຈັດພິທີອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.  ພະອາຈານໃຫຍ່ ເຊີນງອັກຮີນ, ຮອງຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ວິງລອງ, ຜູ້ຮັບຜິດຊອບພຸດທະສາສະໜາ ນິກາຍນິຣະຍານຂະແມ, ແບ່ງປັນວ່າ

        “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ສຸດຈິດສຸດໃຈ, ອຸທິດສ່ວນຕະຫຼອດຊີວິດຂອງຕົນເພື່ອປະຊາຊົນ, ປະເທດຊາດ. ທ່ານເລຂາທິການໃຫຍ່ຈາກໄປ ໄດ້ສ້າງຄວາມອາໄລອາວອນຢ່າງສຸດຊື້ງສຳລັບປະຊາຊົນ ຫວຽດນາມ ທຸກຄົນໃນທົ່ວປະເທດເວົ້າລວມ ແລະ ສຳລັບປະຊາຊົນແຂວງ ວິ້ງລອງ ເວົ້າສະເພາະ”.

ຕອບກັບ

ຂ່າວ/ບົດ​ອື່ນ