ຫາຍເຢືອງ ແມ່ນທ້ອງຖິ່ນທຳອິດຢູ່ຫວຽດນາມໄດ້ຮັບບຸລິມະສິດສັກວັກຊິນກັນພະຍາດໂຄວິດ-19

(VOVWORLD) -ຫາຍເຢືອງ ຈະແມ່ນທ້ອງຖິ່ນທຳອິດໄດ້ຮັບບຸລິມະສິດສັກວັກຊິນ.
ຫາຍເຢືອງ ແມ່ນທ້ອງຖິ່ນທຳອິດຢູ່ຫວຽດນາມໄດ້ຮັບບຸລິມະສິດສັກວັກຊິນກັນພະຍາດໂຄວິດ-19  - ảnh 1ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຈືອງກວ໊ກເກື່ອງ
(ພາບ: baodautu.vn)

ທີ່ກອງປະຊຸມປະຈຳເດືອນ ກຸມພາ ຂອງລັດຖະບານ, ເຊິ່ງດຳເນີນໃນຕອນບ່າຍວັນທີ 02 ມີນາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຈືອງກວ໊ກເກື່ອງ ໃຫ້ຮູ້ວ່າ: ພາຍຫຼັງງວດວັກຊິນກັນພະຍາດໂຄວິດ-19 ຂອງບໍລິສັດ AstraZeneca (ຂອງອັງກິດ) ງວດທຳອິດໄດ້ສົ່ງມາຮອດຫວຽດນາມ ໃນວັນທີ 24 ກຸມພາ ນັ້ນ, ຫາຍເຢືອງ ຈະແມ່ນທ້ອງຖິ່ນທຳອິດໄດ້ຮັບບຸລິມະສິດສັກວັກຊິນ.

        “ປະຈຸບັນ, ຫວຽດນາມ ຫາກໍ່ມີວັກຊິນ 117.600 ໂດສ. ທ້າຍເດືອນ ເມສາ ຈະມີງວດວັກຊິນຕໍ່ໄປເປັນຫຼາຍລ້ານໂດສ, ພວກເຮົາຈະສືບຕໍ່ສັກວັກຊິນ. ນອກນັ້ນ, ຍັງມີຫຼາຍລ້ານໂດສຂອງ Covax Facility, ມີວັກຊິນຮອດເທົ່າໃດພວກເຮົາຈະສັກວັກຊິນຮອດເທົ່ານັ້ນ. ເມື່ອມີວັດຊິນຢ່າງພຽງພໍ, ພວກເຮົາສາມາດເປີດກວ້າງການສັກວັກຊິນຕາມເປົ້າໝາຍທີ່ມີຕວາມຕ້ອງການ”.

        ກ່ຽວຂ້ອງເຖິງສະພາບການໂລກລະບາດໂຄວິດ-19 ຢູ່ ຫາຍເຢືອງ, ວັນທີ 03 ມີນາ, ແຂວງ ຫາຍເຢືອງ ໄດ້ສິ້ນສຸດການແຍກຫ່າງສັງຄົມ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ; ຍົກເລີກການປິດນະຄອນ ຈິ໊ລິງ ແລະ ເມືອງ ເກີມຢ່າງ, ພ້ອມທັງທົ່ວແຂວງຫັນໄປສູ່ສະພາບການໃໝ່ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.

        ໃນຂະນະນັ້ນ, ຢູ່ແຂວງ ກວາງນິງ, ນັບແຕ່ເວລາ 6 ໂມງຂອງວັນທີ 03 ມີນາ, ທ່າອາກາດສະຍານສາກົນ ເວີນດົ່ນ ໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ