ຫຼາຍໂຄງການດຳເນີນງານສຳຄັນລະຫວ່າງອາຊຽນແລະບັນດາຄູ່ເຈລະຈາຈະໄດ້ຈັດຕັ້ງຢູ່ມຽນມາ

ຫຼາຍໂຄງການດຳເນີນງານສຳຄັນລະຫວ່າງອາຊຽນແລະບັນດາຄູ່ເຈລະຈາຈະໄດ້ຈັດຕັ້ງຢູ່ມຽນມາ - ảnh 1
ພາບປະກອບ

(vovworld) –  ​ໃນ​ລະຫວ່າງ​ວັນ​ທີ 8 – 10/8, ຢູ່ Nay Pyi Taw, ປະ​ເທດ ມຽນມາ, ຈະ​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ອາ​ຊຽນ ຄັ້ງ​ທີ 47 (AMM – 47), ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ +3 ຄັ້ງ​ທີ 15, ກອງ​ປະຊຸມ​ລັດຖະມົນຕີການ​ຕ່າງປະ​ເທດ ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ເຈລະຈາ (PMC + 1), ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດຂັ້ນ​ສູງ ອາຊີ​ຕາ​ເວັນ​ອອກ ຄັ້ງທີ 3 (EAS FMM) ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ ຄັ້ງ​ທີ 21 (ARF – 21) ​ແລະ ບັນດາ​ກອງ​ປະຊຸ​ມອື່ນໆ​ອີກ.

    ກ່ອນ​ໜ້າ​ນັ້ນ, ​ແຕ່​ວັນ​ທີ 5 – 7/8, ກໍ່​ຢູ່ Nay Pyi Taw, ​ໄດ້​ຈັດ​ຕັ້ງບັນດາ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ກອງ​ປະຊຸມ​ຄັ້ງ​ຕ່າງໆ. ທີ່​ການ​ປະຊຸມ​ຂ່າວ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື​ໄດ້​ປະຕິບັດ​ສຳ​ເລັດ​ໂຄງການ​ເຄື່ອນ​ໄຫວ, ດຳ​ເນີນ​ງານ, ບັນດາ​ເອກະສານ​ສຳຄັນ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ບັນດາ​ລັດຖະມົນຕີ​ຮັບຮອງ​ເອົາ​ເນື່ອງ​ໃນ​ໂອກາດ​ນີ້.  ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກໍ່​ສະ​ເໜີ​​ເນື້​ອ​ໃນບັນດາ​ຈຸດ​ສຸມ​ທີ່​ນຳ​ມາ​ປຶ​ກສາ​ຫາລື​ທີ່​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ. ຕາມ​ນັ້ນ​ແລ້ວ, ບັນດາ​ເນື້ອ​ໃນ​ຈະ​ໄດ້​ເຕື້ອງ​ເຖິງ​ໃນ​ໂຄງການ​ດຳ​ເນີນ​ງານ​ຈະ​ມາ​ເຖິງ​ແມ່ນ​ຕັດສິນ​ໃຈ ​ແລະ ມານະ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ໃນ​ກາ​ນຊຸກຍູ້​ບັນດາ​ມາດ​ຕະການ​ມີ​ປະສິດທິ​ຜົນ​ເພື່ອ​ແນ​ໃສ່​ສ້າງ​ປະຊາ​ຄົມ ອາ​ຊຽນ​ແຕ່​ນີ້​ຮອດ​ວັນ​ທີ 31/12/2014, ກໍ່​ຄື​ກະກຽມ​ການ​ກຳນົດ​ທິດ​ຍຸດ​ທະ​ສາດ​​ເພື່ອ​ແນ​ໃສ່​ສືບ​ຕໍ່​ນຳ​ປະຊາ​ຄົມ ອາ​ຊຽນ ພັດທະນາ​ພາຍຫຼັງ​ປີ 2015. ຄຽງ​ຄູ່​ກັນ​ນັ້ນ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ, ​ເປັນ​ເຈົ້າ​ການ​ຂອງ ອາ​ຊຽນ ​ໃນ​ໂຄງ​ປະກອບ​ພາກ​ພື້ນ​ພວມ​ສ້າງ​ຕັ້ງ, ​ໃນ​ການ​ຮັບປະກັນ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ.​.​.​ ບັນດາ​ຜູ້​ແທນອາ​ຊຽນ ກໍ່​ຈະ​ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຮຽກຮ້ອງ​ບັນ​ດາ​ຝ່າຍ​ເຄົາລົບ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມງວດ.

 


ຂ່າວ/ບົດ​ອື່ນ