ອັງ​ກິດ, EU ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ສະ​ບັບ​ສຸດ​ທ້າຍ​ເພື່ອ​ຢຸດ​ຕິ​ການ​ໂຕ້​ຖຽງ​ກັນທີ່​ກ່ຽວຂ້ອງ Brexit

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ James Cleverly ແລະ ທ່ານຮອງປະທານຄະນະກຳມະການເອີຣົບ (EC) Maros Sefcovic ຄາດວ່າຈະເລີ່ມເຈລະຈາໃນວັນທີ 16 ມັງກອນ.
ອັງ​ກິດ, EU ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ສະ​ບັບ​ສຸດ​ທ້າຍ​ເພື່ອ​ຢຸດ​ຕິ​ການ​ໂຕ້​ຖຽງ​ກັນທີ່​ກ່ຽວຂ້ອງ Brexit - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ James Cleverly ແລະ ທ່ານຮອງປະທານຄະນະກຳມະການເອີຣົບ (EC) Maros Sefcovic (ພາບ: Images Getty/TTXVN)

ອາທິດຈະມາເຖິງ, ສະຫະພາບເອີຣົບ (EU) ແລະ ລາຊະອານາຈັກ ອັງກິດ ເລີ່ມກ້າວເຂົ້າສູ່ໄລຍະເຈລະຈາເຄັ່ງຕຶງເພື່ອແນໃສ່ແກ້ໄຂການໂຕ້ຖຽງກັນກ່ຽວກັບການພົວພັນດ້ານການຄ້າຫຼັງ Brexit (ອັງກິດຖອນອອກຈາກ EU), ກ່ອນພິທີສະເຫຼີມສະຫຼອງວັນເຊັນຂໍ້ຕົກລົງສັນຕິພາບຂອງ ອຽກລັງເໜືອ ໃນເດືອນເມສາ ຈະມາເຖິງ. ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ James Cleverly ແລະ ທ່ານຮອງປະທານຄະນະກຳມະການເອີຣົບ (EC) Maros Sefcovic ຄາດວ່າຈະເລີ່ມເຈລະຈາໃນວັນທີ 16 ມັງກອນ. ຕົ້ນອາທິດນີ້, ເຈົ້າໜ້າທີ່ສອງທ່ານ ຖະແຫຼງວ່າ EU ເຫັນດີນຳໃຊ້ຮາກຖານຂໍ້ມູນໂດຍກົງຂອງ ລາຊະອານາຈັກອັງກິດ ເພື່ອຕິດຕາມສິນຄ້າ ທີ່ຂົນສົ່ງແຕ່ປະເທດນີ້ ໄປຍັງ ອຽກລັງເໜືອ. ນີ້ແມ່ນສັນຍານທີ່ກ້າວໜ້າທຳອິດໃນການໂຕ້ຖຽງກັນທີ່ແກ່ຍາວກ່ຽວກັບກົດລະບຽບທາງການຄ້າໄລຍະຫຼັງ Brexit ແລະ ແມ່ນບາດກ້າວເປີດເສັ້ນທາງໃຫ້ແກ່ການເຈລະຈາກ່ຽວກັບບັນຫາຕ່າງໆທີ່ສັບສົນກ່ວາ. ອະນຸສັນຍາ ອຽກລັງເໜືອ ແມ່ນສ່ວນໜຶ່ງສຳຄັນໃນຂໍ້ຕົກລົງ Brexit, ອະນຸຍາດໃຫ້ ອຽກລັງເໜືອເຄື່ອນໄຫວໃນຕະຫຼາດສິນຄ້າລວມຂອງ EU ເພື່ອແນໃສ່ຫຼີກລ້ຽງບໍ່ໃຫ້ມີເສັ້ນຊາຍແດນແຂງກະດ້າງ ຢູ່ເກາະ ອຽກລັງ.

ຕອບກັບ

ຂ່າວ/ບົດ​ອື່ນ