ອັງກິດ ກ່າວເຕືອນກຽມພ້ອມທີ່ຈະແຊກແຊງດ້ານການທະຫານເພື່ອສະກັດກັ້ນການບຸກໂຈມຕີຢູ່ທະເລແດງ

(VOVWORLD) - ຄຳກ່າວເຕືອນຂອງ ລອນດອນ ໄດ້ຍົກອອກມາໃນສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ເສັ້ນທາງຂົນສົ່ງສຳຄັນ ພາຍຫຼັງທີ່ເຮືອບິນເອລີກອບເຕີຂອງກອງທັບເຮືອ ອາເມລິກາ ໄດ້ຍິງເຮືອນ້ອຍ 3 ລຳຂອງພວກທະຫານກະບົດ Houthi ຈົມນ້ຳ
ອັງກິດ ກ່າວເຕືອນກຽມພ້ອມທີ່ຈະແຊກແຊງດ້ານການທະຫານເພື່ອສະກັດກັ້ນການບຸກໂຈມຕີຢູ່ທະເລແດງ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ Grant Shapps
(ພາບ: AFP/TTXVN)

        ວັນທີ 01 ມັງກອນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ Grant Shapps ໃຫ້ຮູ້ວ່າ, ປະເທດນີ້ “ກຽມພ້ອມທີ່ຈະມີການກະທຳໂດຍກົງ” ເພື່ອຕ້ານພວກທະຫານກະບົດ Houthi ຢູ່ ເຢແມນ, ເຊິ່ງແມ່ນກຳລັງໄດ້ບຸກໂຈມຕີບັນດາກຳປັ່ນຢູ່ທະເລແດງ ເປັນຫຼາຍຄັ້ງ. ຄຳກ່າວເຕືອນຂອງ ລອນດອນ ໄດ້ຍົກອອກມາໃນສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ເສັ້ນທາງຂົນສົ່ງສຳຄັນ ພາຍຫຼັງທີ່ເຮືອບິນເອລີກອບເຕີຂອງກອງທັບເຮືອ ອາເມລິກາ ໄດ້ຍິງເຮືອນ້ອຍ 3 ລຳຂອງພວກທະຫານກະບົດ Houthi ຈົມນ້ຳໃນຂະນະທີ່ພວກທະຫານກະບົດນີ້ພວມພະຍາຍາມປີນຂຶ້ນກຳປັ່ນຂົນສົ່ງສິນຄ້າ. ກ່ອນໜ້ານັ້ນ, ເມື່ອກາງເດືອນ ທັນວາ 2023, ກຳປັ່ນຂັບໄລ່ຂອງ ອັງກິດ ລຳໜຶ່ງໄດ້ຍິງເຮືອບິນບຸກໂຈມຕີບໍ່ມີຄົນຂັບຕົກ ເຊິ່ງຖືກສົງໄສວ່າເປັນຂອງກຸ່ມ Houthi ຢູ່ທະເລແດງ.

        ພວກທະຫານກະບົດ Houthi ໄດ້ຢືດຄອງນະຄອນຫຼວງ Sanaa ຂອງ ເຢແມນ ໃນປີ 2014 ແລະ ຄວບຄຸມປະເທດນີ້ເປັນສ່ວນໃຫຍ່ ລວມທັງເຂດຝັ່ງທະເລແດງ. ພວກທະຫານກະບົດ Houthi ໄດ້ບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແລະ ລູກສອນໄຟຢ່າງລຽນຕິດ ແນໃສ່ບັນດາກຳປັ່ນທີ່ໄປຜ່ານເສັ້ນທາງທະເລເຊິ່ງແມ່ນເຂດທີ່ກວມເອົາ 12% ຈຳນວນການຄ້າທົ່ວໂລກສັນຈອນໄປມາ.

ຕອບກັບ

ຂ່າວ/ບົດ​ອື່ນ