ອັງກິດ ຈະຊຳລະຈຳນວນເງິນກ່ວາ 30 ຕື້ປອນຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ EU

(VOVWORLD) - ອັງກິດ ຈະຕ້ອງຊຳລະຈຳນວນເງິນແຕ່ 30 – 36 ຕື້ປອນ, ຖ້າຫາກວ່າ ອັງກິດ ແລະ ສະຫະພາບ ເອີລົບ (EU)...

ອັງກິດ ຈະຊຳລະຈຳນວນເງິນກ່ວາ 30 ຕື້ປອນຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ EU - ảnh 1

 ທ່ານ Philip Hammond, ລັດຖະມົນຕີກະຊວງການເງິນ ອັງກິດ

(ພາບ: AFP/TTXVN)

ວັນທີ 17 ຕຸລາ, ກ່າວຄຳເຫັນຕໍ່ບັນດາເຈົ້າໜ້າທີ່ລັດຖະບານ ອັງກິດ, ທ່ານ Philip Hammond, ລັດຖະມົນຕີກະຊວງການເງິນ ອັງກິດ ໃຫ້ຮູ້ວ່າ: ອັງກິດ ຈະຕ້ອງຊຳລະຈຳນວນເງິນແຕ່ 30 – 36 ຕື້ປອນ, ຖ້າຫາກວ່າ ອັງກິດ ແລະ ສະຫະພາບ ເອີລົບ (EU) ບໍ່ບັນລຸໄດ້ຂໍ້ຕົກລົງການຄ້າພາຍຫຼັງໄລຍະຂ້າມຜ່ານ 21 ເດືອນ. ຄຳເຫັນດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ EU ກ່າວເຕືອນໄພ Brexit “ບໍ່ສາມາດບັນລຸຂໍ້ຕົກລົງໄດ້”.

        ທ່ານລັດຖະມົນຕີ Hammond ເນັ້ນໜັກວ່າ: ລາຊະອານາຈັກ ອັງກິດ ບໍ່ສາມາດເອົາຊະນະໄດ້ບໍ່ວ່າບັ້ນເຄື່ອນໄຫວດ້ານນິຕິກຳໃດໆເພື່ອຕ້ອງຫຼີກລ້ຽງການຊຳລະໃຫ້ແກ່ Brexit, ເຖິງວ່າກ່ອນໜ້ານັ້ນ, ລັດຖະບານ ອັງກິດ ໄດ້ໃຫ້ຄຳໝັ້ນສັນຍາກັບສະພາແຫ່ງຊາດແລ້ວວ່າ ບ້ວງເງິນຊຳລະນີ້ແມ່ນເງື່ອນໄຂໄປຄຽງຄູ່ກັບຂໍ້ຕົກລົງ Brexit. ຕາມທ່ານແລ້ວ, ປະເທດ ອັງກິດ ອາດຈະ “ປະຢັດ” ໄດ້ຫຼາຍທີ່ສຸດແມ່ນ 3 – 9 ຕື້ປອນຖ້າຫາກການຖອນຕົວບໍ່ບັນລຸໄດ້ຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ