ອັງກິດ ຈະສິ້ນສຸດໄລຍະປ່ຽນຜ່ານກ່ອນວັນທີ 01 ມັງກອນ 2021

(VOVWORLD) - ວັນທີ 24 ກຸມພາ, ໂຄສົກຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnsonຢັ້ງຢືນວ່າ “ເປົ້າໝາຍແຖວໜ້າ” ຂອງປະເທດ ອັງກິດ ແມ່ນ “ຟື້ນຟູເອກະລາດ” ເມື່ອຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ໃນທ້າຍປີນີ້.

   ຕາມນັ້ນແລ້ວ, ເປົ້າໝາຍຕົ້ນຕໍແມ່ນສິ້ນສຸດໄລຍະປ່ຽນຜ່ານກ່ອນວັນທີ 01 ມັງກອນ 2021 ເຖິງວ່າອາດຈະບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ອີຢູ ຫຼືບໍ່ກໍ່ຕາມ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບລັດຖະບານ ອັງກິດ ຈະປະກາດເນື້ອໃນການເຈລະຈາຂໍ້ຕົກລົງດ້ານການຄ້າຂອງປະເທດນີ້ກັບ ອີຢູ ໃນວັນທີ 27 ກຸມພາ ຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ