ອັງ​ກິດ, ຍີ່​ປຸ່ນ ແລະ ອີ​ຕາ​ລ​ີ ປຶ​ກ​ສາ​ຫາ​ລື​ໂຄງ​ການ​ເຮືອ​ບິນ​ສູ້​ຮົບ​ຮ່ວມ

(VOVWORLD) - ລັດຖະບານໃໝ່ຂອງ ອັງກິດ ອາດຈະພິຈາລະນາຄືນໂຄງການສາມຝ່າຍນີ້.
ອັງ​ກິດ, ຍີ່​ປຸ່ນ ແລະ ອີ​ຕາ​ລ​ີ ປຶ​ກ​ສາ​ຫາ​ລື​ໂຄງ​ການ​ເຮືອ​ບິນ​ສູ້​ຮົບ​ຮ່ວມ - ảnh 1 ງານວາງສະແດງການບິນສາກົນ Farnborough ໃນວັນທີ 22 ກໍລະກົດ 2024 (ພາບ: European Security & Defence)

ວັນທີ 23 ກໍລະກົດ, ລັດຖະມົນຕີກະຊວງປ້ອງການປະເທດ ອັງກິດ, ຍີ່ປຸ່ນ ແລະ ອີຕາລີ ໄດ້ພົບປະກັນຢູ່ນະຄອນຫຼວງ ລອນດອນ (ອັງກິດ) ເພື່ອປຶກສາຫາລືໂຄງການພັດທະນາເຮືອບິນສູ້ຮົບຮ່ວມ, ພາຍຫຼັງທີ່ມີຂ່າວວ່າ ລັດຖະບານໃໝ່ຂອງ ອັງກິດ ອາດຈະພິຈາລະນາຄືນໂຄງການສາມຝ່າຍນີ້.

        ໃນການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່ຂອງ ອັງກິດ, John Healey ແລະ ຄູ່ຕຳແໜ່ງ ອີຕາລີ, ທ່ານ Guido Grosetto, ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ທ່ານ Minoru Kihara ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຊຸກຍູ້ແຜນການພັດທະນາເຮືອບິນສູ້ຮົບລຸ້ນຕໍ່ໄປ ແລະ ເລີ່ມຜັນຂະຫຍາຍແຜນການນີ້ໃນປີ 2035 ເພື່ອຮັບມືກັບສະພາບແວດລ້ອມຄວາມໝັ້ນຄົງທີ່ນັບມື້ນັບສັບສົນ.

ຕອບກັບ

ຂ່າວ/ບົດ​ອື່ນ