ອັງກິດ ຍອມຮັບວ່າບໍ່ສາມາດບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກັບອີຢູໃນເດືອນກໍລະກົດ

(VOVWORLD) -ວັນທີ 23 ກໍລະກົດ, ທ່ານ David Frost, ຫົວໜ້າຄະນະເຈລະຈາ Brexit ຂອງອັງກິດ ໄດ້ຍອມຮັບວ່າ ບໍ່ສາມາດບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການພົວພັນໃນອະນາຄົດກັບສະຫະພາບເອີລົບ (ອີຢູ) ໃນເດືອນກໍລະກົດ ນີ້.

ອັງກິດ ຍອມຮັບວ່າບໍ່ສາມາດບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກັບອີຢູໃນເດືອນກໍລະກົດ - ảnh 1ທ່ານ David Frost, ຫົວໜ້າຄະນະເຈລະຈາ Brexit

(ພາບ: AFP/TTXVN)

ກ່າວຄຳເຫັນພາຍຫຼັງສິ້ນສຸດການເຈລະຈາຄັ້ງຫຼ້າສຸດລະຫວ່າງອັງກິດ ແລະ ອີຢູ ຢູ່ລອນດອນ, ທ່ານ David Frost ຍອມຮັບຄວາມເສຍດາຍທີ່ວ່າ 2 ຝ່າຍຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບບັນດາຫຼັກການໃຫ້ແກ່ຂໍ້ຕົກລົງໃນເດືອນ ກໍລະກົດນີ້.

        ສ່ວນທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງອີຢູ ໄດ້ຕີລາວ່າ, ໃນຈຸດເວລານີ້ ໂອກາດທີ່ອັງກິດ ແລະ ອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການພົວພັນພາຍຫຼັງ Brexit ແມ່ນມີໜ້ອຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ