ອັງກິດ ຕໍ່ກຳນົດເວລາຕື່ມອີກ 1 ປີໃຫ້ວິວັດທະນາການສ້າງຕັ້ງອຳນາດການປົກຄອງຢູ່ ອຽກລັງເໜືອ

(VOVWORLD) -ອຽກລັງເໜືອ ບໍ່ມີອຳນາດການປົກຄອງມາແຕ່ເດືອນ ກຸມພາ 2022.
ອັງກິດ ຕໍ່ກຳນົດເວລາຕື່ມອີກ 1 ປີໃຫ້ວິວັດທະນາການສ້າງຕັ້ງອຳນາດການປົກຄອງຢູ່ ອຽກລັງເໜືອ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 09 ກຸມພາ, ລັດຖະບານ ອັງກິດ ແຈ້ງໃຫ້ຊາບວ່າ ຈະຕໍ່ກຳນົດເວລາຕື່ມອີກ 1 ປີ ເພື່ອໃຫ້ ອຽກລັງເໜືອ ຈັດການເລືອກຕັ້ງ ແລະ ສ້າງຕັ້ງອຳນາດການປົກຄອງໃໝ່ ພາຍຫຼັງບັນດາບັນຫາບໍ່ມີທາງອອກກ່ຽວຂ້ອງເຖິງຂໍ້ຕົກລົງພາຍຫຼັງ Brexit - ອັງກິດ ຖອນອອກຈາກສະຫະພາບເອີລົບ (ອີຢູ) ບໍ່ມີສັນຍານບັນລຸໄດ້ຄວາມຄືບໜ້າ. ຕາມແຈ້ງການ, ອັງກິດ ຈະກຳນົດເວລາສຸດທ້າຍເພື່ອໃຫ້ບັນດາພັກຢູ່ ອຽກລັງເໜືອ ສ້າງຕັ້ງລັດຖະບານຮອດວັນທີ 08 ມັງກອນ 2024, ແຕ່ຍັງຮັກສາສິດຮຽກຮ້ອງຈັດການເລືອກຕັ້ງບໍ່ວ່າໃນຈຸດເວລາໃດ ນັບແຕ່ນີ້ຮອດເວລາກຳນົດດັ່ງກ່າວ. ອຽກລັງເໜືອ ບໍ່ມີອຳນາດການປົກຄອງມາແຕ່ເດືອນ ກຸມພາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ