ອັງ​ກິດ​ ຖະ​ແຫຼງບໍ່​ຊ່ວຍ ຢູ​ແກຼນ ບຸກ​​ໂຈມ​ຕີ​ເປົ້າໝາຍ​ຢູ່ ລັດ​ເຊຍ

(VOVWORLD) - ອັງກິດ ແມ່ນປະເທດຕາເວັນຕົກນຳໜ້າໃນການສະໜອງໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ, ແຕ່ເຈົ້າໜ້າທີ່ປະເທດນີ້ຢັ້ງຢືນວ່າ ອັງກິດ ບໍ່ຊ່ວຍ ຢູແກຼນ ບຸກໂຈມຕີບັນດາເປົ້າໝາຍນອນໃນຜືນແຜ່ນດິນ ລັດເຊຍ.

ອັງ​ກິດ​ ຖະ​ແຫຼງບໍ່​ຊ່ວຍ ຢູ​ແກຼນ ບຸກ​​ໂຈມ​ຕີ​ເປົ້າໝາຍ​ຢູ່ ລັດ​ເຊຍ - ảnh 1

(ພາບ: AP/TTXVN)

     ວັນທີ 19 ກໍລະກົດ, ທ່ານ John Healey, ລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ ໄດ້ຢັ້ງຢືນວ່າ ອັງກິດ ສະໜອງອາວຸດເພື່ອໃຫ້ ຢູແກຼນ ປ້ອງກັນປະເທດ ພ້ອມທັງເນັ້ນໜັກວ່າເລື່ອງ ຢູແກຼນ ບຸກໂຈມຕີເປົ້າໝາຍຕ່າງໆ ຕ້ອງປະຕິບັດໃນຂອບເຂດ ແລະ ການກຳນົດຂອງກົດໝາຍວ່າດ້ວຍທະນຸດສະທຳສາກົນ.

    ຄຳປະກາດຂອງທ່ານລັດຖະມົນຕີ Healeyໄດ້ຍົກອອກມາພຽງ 2,3 ຊົ່ວໂມງ ກ່ອນທີ່ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ໄດ້ພົບປະກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Keir Starmer ແລະ ເຂົ້າຮ່ວມການປະຊຸມວິສາມັນຂອງລັດຖະບານ ອັງກິດ ເພື່ອປຶກສາຫາລືກ່ຽວກັບສະພາບການ ຢູແກຼນ.

  ກ່າວຄຳເຫັນທີ່ການປະຊຸມລັດຖະບານ ອັງກິດ ໂດຍມີການເຂົ້າຮ່ວມຂອງທ່ານ Zelensky, ທ່ານນາຍົກລັດຖະມົນຕີ Starmer ຢືນຢັນວ່າ ອັງກິດ ຈະຍຸ້ໄວການສະໜອງອຸປະຖຳສຳຄັນໃຫ້ແກ່ ຢູແກຼນ ແລະ ໃຫ້ຮູ້ວ່າ: ບັນດາທ່ານລັດຖະມົນຕີປ້ອງກັນປະເທດ ຈະເຊັນສົນທິສັນຍາກ່ຽວກັບການໜູນຊ່ວຍສົ່ງອອກປ້ອງກັນຊາດ ໂດຍອະນຸຍາດໃຫ້ ຢູແກຼນ ນຳໃຊ້ເງິນອຸປະຖຳການສົ່ງອອກທີ່ມີມູນຄ່າ 4.5 ຕື້ USD ເພື່ອຊຸກຍູ້ພື້ນຖານອຸດສາຫະກຳປ້ອງກັນຊາດຂອງທັງສອງປະເທດ ແລະ ເພີ່ມປະລິມານການຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ