ອັງກິດ ບໍ່ມີແຜນການຈັດຕັ້ງການລົງປະຊາມະຕິ Brexit ຄັ້ງທີ 2

(VOVWORLD) - ວັນທີ 16 ທັນວາ, ທ່ານລັດຖະມົນຕີກະຊວງສຶກສາ ອັງກິດ Damian Hinds ຢັ້ງຢືນວ່າ ລັດຖະບານປະເທດນີ້ ບໍ່ມີແຜນການດຳເນີນການລົງປະຊາມະຕິຄັ້ງທີ 2 ກ່ຽວກັບແຜນການ Brexit (ອັງກິດຖອນຕົວອອກຈາກສະຫະພາບ ເອີຣົບ - ອີຢູ). 

ພ້ອມທັງ, ທ່ານ Damian Hinds ກໍ່ປະຕິເສດຂ່າວຄາວທີ່ຖືວ່າ: ບັນດາລັດຖະມົນຕີ ອັງກິດ ພວມພິຈາລະນາຈັດຕັ້ງການລົງປະຊາມະຕິ ເພື່ອແກ້ໄຂສະພາບບໍ່ມີທາງອອກຄືໃນປັດຈຸບັນທີ່ກ່ຽວຂ້ອງເຖິງບັນຫາ Brexit. ທ່ານ Damian Hinds ໄດ້ຖືຂໍ້ຕົກລົງຖອນຕົວອອກຈາກ ອີຢູ ຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແມ່ນເອກະສານ “ດຸ່ນດ່ຽງ” ເຊິ່ງບັນດາສະມາຊິກລັດຖະສະພາຄວນສະໜັບສະໜູນ.

        ກ່ອນໜ້ານັ້ນ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ໂຈະການຍື່ນຂໍ້ຕົກລົງ Brexit ເພື່ອໃຫ້ລັດຖະສະພາ ອັງກິດ ຮັບຮອງເອົາ ພາຍຫລັງຮັບຮູ້ວ່າ ທ່ານນາງຈະປະລາໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ