ອັງກິດ ປະກາດຂໍ້ຕົກລົງ ກັບ EU

(VOVWORLD) -ວັນທີ 26 ທັນວາ ອັງກິດ ໄດ້ປະກາດຂໍ້ຕົກລົງການຄ້າ ເຊິ່ງປະເທດນີ້ ແລະ EU ຫາກໍ່ບັນລຸໃນຈຸດເວລາກ່ອນວັນບຸນ ຄິດສະມາດ
ອັງກິດ ປະກາດຂໍ້ຕົກລົງ ກັບ EU - ảnh 1ນາຍົກລັດຖະມົນຕີອັງກິດ Boris Johnson ພາກພູມໃຈເມື່ອບັນລຸ ຂໍ້ຕົກລົງ ກັບ EU ພາຍຫຼັງ Brexit

ຂໍ້ຕົກລົງສະບັບນີ້ ລວມມີເອກະສານດ້ານການຄ້າ ມີຄວາມໜາ 1.246 ໜ້າ ກໍ່ຄືບັນດາຂໍ້ຕົກລົງທາງດ້ານພະລັງງານນິວເຄຼຍ, ການແລກປ່ຽນຂ່າວລັບ, ພະລັງງານນິວເຄຼຍພົນລະເຮືອນ ແລະ ຖະແຫຼງການຮ່ວມສະບັບຕ່າງໆ.

 ຕາມຂໍ້ຕົກລົງສະບັບນີ້ ອັງກິດ ແມ່ນພື້ນຖານເສດຖະກິດນອກເໜືອຈາກ EU ພຽງປະເທດດຽວໃນໂລກ ມີສິດສຳຜັດກັບຕະຫຼາດ  ເອີລົບ ຢ່າງເປີດກວ້າງ. ກ່ຽວກັບການແກ້ງແຍ້ງຢ່າງສະເໝີພາບ, EU ຍອມຮັບດ້ານການຄ້າປອດພາສີອາກອນ ເພື່ອແລກເອົາເລື່ອງ ອັງກິດ ຍອມຮັບການຮັກສາບັນດາມາດຖານ ກ່ຽວກັບການຊ່ວຍໜູນແຫ່ງລັດ, ສິ່ງແວດລ້ອມ ແລະ ບັນດາສິດທິຜູ້ອອກແຮງງານ ແນໃສ່ຮັບປະກັນຫຼັກການສະເໝີພາບ ໃຫ້ແກ່ບັນດາວິສາຫະກິດ EU. ອັງກິດ ແລະ ແອອູ ບັນລຸຂໍ້ຕົກລົງການຄ້າ ພາຍຫຼັງ Brexit ໃນຕອນຄ່ຳ ວັນທີ 24 ທັນວາ ພາຍຫຼັງເຈລະຈາມາເປັນເວລາ 9 ເດືອນ. ການນຳສອງຝ່າຍຕ່າງກໍ່ສະແດງຄວາມຊົມເຊີຍຕໍ່ບາດກ້າວນີ້ ແລະ ຖືວ່ານີ້ແມ່ນໝາກຜົນໃຫ້ແກ່ຄວາມມານະພະຍາຍາມເຈລະຈາໃນຕະຫຼອດໄລຍະທີ່ຜ່ານມາ ແລະ ກໍ່ແມ່ນຂອງຂວັນວັນບຸນ ຄິດສະມາດທີ່ມີຄວາມໝາຍສຳລັບທັງສອງຝ່າຍ. 

ຕອບກັບ

ຂ່າວ/ບົດ​ອື່ນ