ອັງກິດ ປະກາດໂຄງການດຳເນີນງານຂອງກອງປະຊຸມອອນລາຍກຸ່ມຈີ7

(VOVWORLD) - ວັນທີ 13 ກຸມພາ, ລັດຖະບານ ອັງກິດ ປະກາດວ່າ ຈະຈັດຕັ້ງກອງປະຊຸມທຳອິດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (ຈີ 7) ໃນອາທິດໜ້າ ເພື່ອຊອກຫາການຮ່ວມມືທົ່ວໂລກຕື່ມອີກ ໃນວິວັດການຈຳໜ່າຍວັກຊິນກັນໂຄວິດ-19 ແລະ ບັນດາແຜນການຟື້ນຟູຫລັງໂລກລະບາດ.



ອັງກິດ ປະກາດໂຄງການດຳເນີນງານຂອງກອງປະຊຸມອອນລາຍກຸ່ມຈີ7 - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson  (ພາບ: AFP/TTXVN)

  ຕາມການປະກາດແລ້ວ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຈະເປັນປະທານກອງປະຊຸມອອນລາຍທີ່ມີການເຂົ້າຮ່ວມຂອງການນຳບັນດາປະເທດກຸ່ມ ຈີ 7. ນີ້ແມ່ນກອງປະຊຸມທຳອິດນັບແຕ່ເດືອນ ເມສາ 2020 ແລະ ແມ່ນການເຂົ້າຮ່ວມເຫດການໃຫຍ່ທຳອິດຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ນັບແຕ່ເມື່ອຮັບດຳລົງຕຳແໜ່ງໃນເດືອນ ມັງກອນ.

       ຄາດວ່າ, ອັງກິດ ຈະຈັດຕັ້ງກອງປະຊຸມສຸດຍອດໂດຍກົງ ຈີ 7 ໃນເດືອນ ມິຖຸນາ ຈະມາເຖິງ. ກອງປະຊຸມສຸດຍອດ ຈີ 7 ປີ 2020, ຕາມແຜນການໂດຍ ອາເມລິກາ ຈັດຕັ້ງ ແຕ່ຖືກຍົກເລິກຍ້ອນໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ