ອັງກິດ ປະຕິເສດໃບຮ້ອງຟ້ອງຕ້ານການພາຕົວຜູ້ສ້າງຕັ້ງເວັບໄຊ Wikileaks ໄປຍັງ ຊູແອດ

ອັງກິດ ປະຕິເສດໃບຮ້ອງຟ້ອງຕ້ານການພາຕົວຜູ້ສ້າງຕັ້ງເວັບໄຊ Wikileaks ໄປຍັງ ຊູແອດ - ảnh 1
Julian Assange ມານະພະຍາຍາມ ຕ້ານລື່ອງພາຕົວໄປຍັງ ຊູແອດ
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 30/5, ສານ​ສູງ​ສຸດ ອັງກິດ ​ໄດ້​ຕົກລົງ: ຮັກສາ​ຄຳ​ຕັດສິນ​ຂອງ​ສານ​ຢູ່ ລອນ​ດອນ ກ່ຽວ​ກັບ​ເລື່ອງພາ​ຕົວ Julian Assange, ຜູ້​ສ້າງ​ຕັ້ງ​ແວບ​ໄຊ WikiLeaks ​ໄປ​ຍັງ​ປະ​ເທດ ຊູ​ແອດ ​ເພື່ອ​ພິພາກສາ ບັນດາ​ຄຳ​ກ່າວຫາ ກ່ຽວ​ກັບ​ຄະດີ​ຂົ່ມ​ຂຶນ​ຜູ້ຍິງ 2 ຄົນ. ຄຳ​ຕັດສິນ​ຂອງ​ສານ​ສູງ​ສຸດ​ອັງກິດ ຢືນຢັນ​ວ່າ: ອົງການ​ຕຸລາການ ຊູ​ແອດ ມີ​ສິດ​ອຳນາ​ຢ່າງ​ພຽງ​ພໍ ກ່ຽວ​ກັບ ດ້ານ​ນິຕິ​ກຳ ​ເພື່ອ​ອອກ​ຄຳ​ສັ່ງ​ຈັບ​ຕົວ Julian Assange ​ແລະ ປະຕິ​ເສດ​ໃບ​ອຸທອນ ຂອງ Julian Assange. Julian Assange ​ເຄີຍ​ເປັນ​ຜູ້​ເຮັດ​ໃຫ້​ໂລກ ສັນສະ​ເທືອ​ນ ​​ໃນ​ປີ 2010 ​ເມື່ອ​​ເຜິ​ຍ​ແຜ່​ໂທລະ​ເລກ​ປິດ​ລັບນັບ​ພັນ​ສະບັບ​ຂອງ​ ອາ​ເມ​ລິ​ກາ ​ຜ່ານ​ແວບ​ໄຊ WikiLeaks.

ຂ່າວ/ບົດ​ອື່ນ