ອັງກິດ, ຝະຣັ່ງ ແລະ ເຢຍລະມັນ ຮຽກຮ້ອງໃຫ້ດຳເນີນການສືບສວນເຫດນັກຂ່າວ ອາຣັບບິ ຊະອຸດິ ຫາຍສາບສູນ

(VOVWORLD) - ວັນທີ 14 ຕຸລາ, ອັງກິດ, ຝະຣັ່ງ ແລະ ເຢຍລະມັນ ຮຽກຮ້ອງ ອາຣັບບິ ຊະອຸດິ ແລະ ຕວກກີ ເປີດການສືບສວນສຳລັບເຫດນັກຂ່າວ Jamal Khashoggi ຫາຍສາບສູນ, ພ້ອມທັງ ເນັ້ນໜັກວ່າ ນີ້ແມ່ນເຫດການຮ້າຍແຮງທີ່ສຸດ. 
ອັງກິດ, ຝະຣັ່ງ ແລະ ເຢຍລະມັນ ຮຽກຮ້ອງໃຫ້ດຳເນີນການສືບສວນເຫດນັກຂ່າວ ອາຣັບບິ ຊະອຸດິ ຫາຍສາບສູນ - ảnh 1ອັງກິດ, ຝະຣັ່ງ ແລະ ເຢຍລະມັນ ຮຽກຮ້ອງໃຫ້ດຳເນີນການສືບສວນເຫດນັກຂ່າວ ອາຣັບບິ ຊະອຸດິ ຫາຍສາບສູນ (ພາບ:  EPA

ໃນຖະແຫຼງການຮ່ວມ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Jeremy Hunt, ທ່ານລັດຖະມົນຕີການຕ່າງປະເທດ ຝະຣັ່ງ Jean Yves Le Drian ແລະ ຄູ່ຕຳແໜ່ງ ເຢຍລະມັນ Heiko Maas ໄດ້ຍົກອອກຄວາມສຳຄັນຂອງການສືບສວນທີ່ມີຄວາມໄວ້ເນື້ອເຊື່ອໃຈ ແນໃສ່ຊອກຫາຄວາມຈິງ, ກໍ່ຄືບັນດາເປົ້າໝາຍຢູ່ເບື້ອງຫລັງເຫດນັກຂ່າວ Jamal Khashoggi ຫາຍສາບສູນ. ບັນດາລັດຖະມົນຕີການຕ່າງປະເທດປາດຖະໜາວ່າ ອາຣັບບິ ຊະອຸດິ ຈະມີຄຳຕອບຄືນຢ່າງຄົບຖ້ວນ ແລະ ລະອຽດກ່ຽວກັບບັນຫານີ້.

       ນັກຂ່າວ Jamal Khashoggi ມີສັນຊາດ ອາຣັບບິ ຊະອຸດິ ແລະ ດຳລົງຊີວິດຢູ່ ອາເມລິກາ, ຖືກຫາຍສາບສູນແຕ່ວັນທີ 02 ຕຸລາ, ພາຍຫລັງເຂົ້າສະຖານກົງສູນ ອາຣັບບິ ຊະອຸດິ ປະຈຳ Istanbul ປະເທດ ຕວກກີ ເພື່ອເຮັດລະບຽບການສົມລົດກັບແມ່ຍິງຊາວ ຕວກກີ ຄົນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ