ອັງກິດ: ພັກນິຍົມຮັກສາເດີມ ຈະເລືອກຕັ້ງການນຳຄົນໃໝ່ໃນລະດູຮ້ອນປີນີ້

(VOVWORLD) - ການເລືອກຕັ້ງຜູ້ນຳຄົນໃໝ່ຂອງພັກນິຍົມຮັກສາເດີມຈະຖືກດຳເນີນໄປໃນລະດູຮ້ອນປີນີ້ ແລະ ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງຈະແທນບ່ອນທ່ານ Johnson ໃນກອງປະຊຸມໃຫຍ່ປະຈຳປີ...
ອັງກິດ: ພັກນິຍົມຮັກສາເດີມ ຈະເລືອກຕັ້ງການນຳຄົນໃໝ່ໃນລະດູຮ້ອນປີນີ້ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ: AP)

ວັນທີ 7 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ປະກາດລາອອກຈາກຕຳແໜ່ງເປັນຜູ້ນຳພັກນິຍົມຮັກສາເດີມ, ເປີດຊ່ອງທາງໃຫ້ແກ່ການເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ພາຍຫຼັງທີ່ລັດຖະມົນຕີນັບສິບທ່ານໄດ້ລາອອກຈາກລັດຖະບານຂອງທ່ານ. ຄາດວ່າ, ການເລືອກຕັ້ງຜູ້ນຳຄົນໃໝ່ຂອງພັກນິຍົມຮັກສາເດີມຈະຖືກດຳເນີນໄປໃນລະດູຮ້ອນປີນີ້ ແລະ ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງຈະແທນບ່ອນທ່ານ Johnson ໃນກອງປະຊຸມໃຫຍ່ປະຈຳປີຂອງພັກຈະຈັດຂຶ້ນໃນຕົ້ນເດືອນຕຸລາຈະມາເຖິງ.

        ກ່າວຄຳເຫັນທີ່ເຮືອນເລກທີ 10 ຖະໜົນ Downing, ທ່ານ Johnson, ອາຍຸ 58 ປີ, ໄດ້ສະແດງຄວາມ “ຫງ່ວມເຫງົາເມື່ອຕ້ອງປະລະວຽກງານດີທີ່ສຸດໃນໂລກ”, ພ້ອມທັງໃຫ້ຮູ້ວ່າ ທ່ານຈະສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຮອດເວລາທີ່ພັກຂອງທ່ານຊອກຫາຜູ້ປ່ຽນແທນໄດ້. ທ່ານ Johnson ຂຶ້ນກຳອຳນາດເມື່ອເດືອນ ທັນວາ 2019, ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນຊຸມປີ Brexit, ໂລກລະບາດໂຄວິດ - 19 ແລະ ບັນດາການຖົກຖຽງກັນຢູ່ພາຍ. ການນຳພາຂອງທ່ານ Johnson ຖືກຕົກເຂົ້າສູ່ສະພາບເກີດການໂຕ້ຖຽງກັນໃນ 2 – 3 ເດືອນຜ່ານມາ. ທ່ານຖືກຕຳຫຼວດປັບໄໝຍ້ອນລະເມີດບັນດາມາດຕະການຈຳກັດໃນໄລຍະເກີດໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ