ອັງກິດ ມີຄວາມປະເອີບໃຈຕໍ່ກໍລະນີຈະບັນລຸໄດ້ຂໍ້ຕົກລົງກັບ ອີຢູ ກ່ຽວກັບ Brexit

(VOVWORLD) - ວັນທີ 08 ກັນຍາ, ອັງກິດ ໄດ້ສະແດງຄວາມປະເອີບໃຈຕໍ່ການບັນລຸໄດ້ຂໍ້ຕົກລົງກັບສະຫະພາບ ເອີຣົບ (ອີຢູ) ກ່ຽວກັບບັນຫາ Brexit ແຕ່ເນັ້ນໜັກວ່າ

2 ຝ່າຍພວມຢືນຢູ່ຕໍ່ໜ້າກຳລັງກົດດັນກ່ຽວກັບວັນເວລາ ແລະ ຂໍ້ຕົກລົງນີ້ ຕ້ອງໄດ້ສຳເລັດຢ່າງຊ້າທີ່ສຸດໃນເດືອນ ພະຈິກ ຈະມາເຖິງ. ໃນຖະແຫຼງການສະບັບໜຶ່ງ, ທ່ານລັດຖະມົນຕີຫ້ອງວ່າການຄະນະລັດຖະບານ ອັງກິດ David Lidington ໃຫ້ຮູ້ວ່າ: ປະເທດນີ້ ມຸ່ງໄປເຖິງຂໍ້ຕົກລົງອາດຈະເຮັດໃຫ້ບັນດາປະເທດສະມາຊິກ ອີຢູ ມີຄວາມເພິ່ງພໍໃຈ ແຕ່ກໍ່ຢືນຢັນວ່າ ແຜນການທີ່ສະຫງວນໃຫ້ກໍລະນີບໍ່ບັນລຸໄດ້ຂໍ້ຕົກລົງລະຫວ່າງ 2 ຝ່າຍ ກໍ່ໄດ້ຮັບການພິຈາລະນາ ແລະ ກະກຽມຢ່າງລະອຽດ. ໄປຄຽງຄູ່ກັນນັ້ນ, ທ່ານ Lidington ກໍ່ເນັ້ນໜັກວ່າ 2 ຝ່າຍຄວນສຳເລັດວິວັດທະນາການເຈລະຈາກ່ຽວກັບຂໍ້ຕົກລົງ Brexit ຢ່າງຊ້າທີ່ສຸດໃນເດືອນ ພະຈິກ ຈະມາເຖິງ ເພື່ອໃຫ້ສະພາແຫ່ງຊາດ ອັງກິດ ແລະ ລັດຖະສະພາ ເອີຣົບ ມີເວລາພິຈາລະນາ ແລະ ຮັບຮອງເອົາຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ