ອັງກິດ ມີຄວາມເຊື່ອໝັ້ນ ຈະບັນລຸໄດ້ຂໍ້ຕົກລົງການຄ້າເສລີກັບ ອີຢູ

(VOVWORLD) -  ວັນທີ 01 ກໍລະກົດ, ໂຄສົກຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ເນັ້ນໜັກວ່າ ລອນດອນ ມີຄວາມເຊື່ອໝັ້ນ ຕໍ່ການບັນລຸໄດ້ຂໍ້ຕົກລົງການຄ້າເສລີກັບ ສະຫະພາບ ເອີຣົບ (ອີຢູ) ກ່ອນທີ່ຈະສິ້ນສຸດໄລຍະປ່ຽນຜ່ານ, ແຕ່ຍັງຢ້ຳຄືນວ່າ ປະເທດ ອັງກິດ ພ້ອມແລ້ວທີ່ຈະຖອນຕົວອອກຈາກ ອີຢູ ຖ້າບໍ່ບັນລຸໄດ້ບໍ່ວ່າຂໍ້ຕົກລົງສະບັບໃດ.
ອັງກິດ ມີຄວາມເຊື່ອໝັ້ນ ຈະບັນລຸໄດ້ຂໍ້ຕົກລົງການຄ້າເສລີກັບ ອີຢູ - ảnh 1ພາບປະກອບ / AFP/TTXVN

        ກ່າວຄຳເຫັນຕໍ່ບັນດານັກຂ່າວ, ໂຄສົກຂອງນາຍົກລັດຖະມົນຕີ ອັງກິດ ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຕ້ອງບັນລຸໄດ້ຂໍ້ຕົກລົງການຄ້າເສລີສະບັບໜຶ່ງ, ແຕ່ພວກຂ້າພະເຈົ້າກໍ່ຢັ້ງຢືນຢ່າງຈະແຈ້ງແລ້ວວ່າ ຈະກຽມພ້ອມບໍ່ວ່າໝາກຜົນໃດໃນທ້າຍປີ - ຫຼືນັ້ນແມ່ນຂໍ້ຕົກລົງການຄ້າເສລີ, ຫຼືແມ່ນການພົວພັນການຄ້າທີ່ອີງໃສ່ບັນດາມາດຕາຄ້າຍຄືກັນ ເຊິ່ງປະເທດ ອົດສະຕາລີ ມີໃນປະຈຸບັນ”.

ຕອບກັບ

ຂ່າວ/ບົດ​ອື່ນ