ອັງກິດ ຢັ້ງຢືນການຮັບປະກັນຄວາມສົມບູນຂອງລາຊະອານາຈັກ ອັງກິດ

(VOVWORLD) - ຄວາມສົມບູນຂອງລາຊະອານາຈັກ ອັງກິດ ຈະໄດ້ຮັບປະກັນທັງໝົດນັ້ນ ແມ່ນພາກສ່ວນໜຶ່ງບໍ່ວ່າໃນຂໍ້ຕົກລົງສະບັບໃດກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (Brexit). 
ອັງກິດ ຢັ້ງຢືນການຮັບປະກັນຄວາມສົມບູນຂອງລາຊະອານາຈັກ ອັງກິດ - ảnh 1ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May  (ພາບ: THX/TTXVN)  

ນີ້ແມ່ນຖະແຫຼງການຂອງກະຊວງຮັບຜິດຊອບບັນຫາ Brexit ຂອງ ອັງກິດ ໄດ້ຍົກອອກມາໃນວັນທີ 05 ຕຸລາ. ວົງການເຈົ້າໜ້າທີ່ ອັງກິດ ຈະຍົກອອກການເລືອກເຟັ້ນເພື່ອຮັບປະກັນຄວາມສົມບູນຂອງລາຊະອານາຈັກ ອັງກິດ,  ແລະ ການເລືອກເຟັ້ນນັ້ນ ຈະເໝາະສົມກັບບັນດາຄຳໝັ້ນສັນຍາຂອງວົງການເຈົ້າໜ້າທີ່ປະເທດນີ້ເມື່ອປີ 2017, ໃນນັ້ນ ຢືນຢັນວ່າ ຈະບໍ່ມີຮົ້ວກີດຂວາງໃໝ່ໃດໆ ໄດ້ກີດກັ້ນລະຫວ່າງເຂດດິນແດນ ອຽກລັງເໜືອ ແລະ ສ່ວນທີ່ຍັງເຫຼືອຂອງລາຊະອານາຈັກ ອັງກິດ, ເວັ້ນເສຍແຕ່ມີຄວາມເຫັນດີຈາກອົງການຄຸ້ມຄອງບໍລິຫານຢູ່ ອຽກລັງເໜືອ.

       ອັງກິດ ຈະຖອນອອກຈາກ ອີຢູ ໃນວັນທີ 23 ມີນາ 2019. ເຖິງຢ່າງໃດກໍ່ຕາມ, ອັງກິດ ແລະ ອີຢູ ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສະບັບໃດເທື່ອ ຍ້ອນທັດສະນະບໍ່ລົງລອຍກັນໃນບັນຫາຊາຍແດນລະຫວ່າງເຂດດິນແດນ ອຽກລັງເໜືອ ຂຶ້ນກັບ ອັງກິດ ແລະ ອຽກລັງ ກໍ່ຄືບັນຫາການຄ້າລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ