ອັງກິດ ຢັ້ງຢືນປະກອບສ່ວນໂດຍບໍ່ມີເງື່ອນໄຂໃຫ້ແກ່ຄວາມສະຫງົບຂອງ ເອີລົບ

ອັງກິດ ຢັ້ງຢືນປະກອບສ່ວນໂດຍບໍ່ມີເງື່ອນໄຂໃຫ້ແກ່ຄວາມສະຫງົບຂອງ ເອີລົບ - ảnh 1
​ທ່ານ Boris Johnson, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອັງ​ກິດ 
(ພາບ: AFP/TTXVN)

(vovworld) – ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ ອັງ​ກິດ ສຳ​ລັບການ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ຂອງ ເອີ​ລົບ ແມ່ນ “ບໍ່​ມີ​ເງື່ອນ​ໄຂ”. ນີ້​ແມ່ນ​ຖະ​ແຫຼງ​ການ​ໃນ​ວັນ​ທີ 1/4 ຂອງ​ທ່ານ Boris Johnson, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອັງ​ກິດ ເມື່ອ​ພົບ​ປະ​ກັບ​ນັກ​ຂ່າວໜັງ​ສື​ພິມ Le Figaro (ຂອງ ຝ​ຣັ່ງ), ໃນ​ຂະ​ນະ​ທີ່​ມີ​ຂໍ້​ມູນ​ຂ່າວ​ຖື​ວ່າ: ລັດ​ຖະ​ບານ ອັງ​ກິດ ຈະ​ຫລຸດ​ຜ່ອນ​ຂອບ​ຂະ​ໜາດ ແລະ ລະ​ດັບ​ການ​ຮ່ວມ​ມື​ຖ້າ​ຫາກບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ການ​ຄ້າ​ເໝາະ​ສົມ​ກັບ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ), ພາຍຫຼັງ​ທີ່ ລອນດອນ ຖອນ​ອອກ​ຈາກ ອີ​ຢູ, ຫຼື ເອີ້ນ​ວ່າ Brexit. ໃນ​ຈົດ​ໝາຍ​ຝາກ​ເຖິງ ອີ​ຢູ ເມື່ອ​ວັນ​ທີ 29/3 ຜ່ານ​ມາ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ໃຫ້​ຮູ້​ວ່າ: ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ໃນ​ບັ້​ນ​ຮົບ​ຕ້ານ​ອາດ​ຊະ​ຍາ​ກຳ ແລະ ລັດ​ທິກໍ່​ການ​ຮ້າຍ​ຈະ​ຫລຸດ​ລົງ, ຖ້າ​ຫາກ ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ ເຊິ່ງບໍ່​ມີ​ຂໍ້​ຕົກ​ລົງ​ໃໝ່​ກ່ຽວ​ກັບ​ການ​ຄ້າ ແລະ ບັນ​ດາ​ບັນ​ຫາ​ອື່ນໆ​ອີກ.


ຂ່າວ/ບົດ​ອື່ນ