ອັງກິດ ຢັ້ງຢືນວ່າ ຈະບໍ່ຜ່ອນສັ້ນຜ່ອນຍາວກ່ຽວກັບ “ໃບບິນ Brexit”

(VOVWORLD) - ວັນທີ 01 ກັນຍາ, ທ່ານ Liam Fox ລັດຖະມົນຕີກະຊວງການຄ້າ ອັງກິດ ຖະແຫຼງວ່າ ລອນດອນ ຈະບໍ່ຜ່ອນສັ້ນຜ່ອນຍາວຍອມຮັບລະດັບຄ່າຊົດເຊີຍຄືໃນປະຈຸບັນ ຕາມຂໍ້ສະເໜີຂອງສະຫະພາບ ເອີຣົບ (ອີຢູ) ເພື່ອຖອນອອກຈາກສະຫະພາບນີ້, ຫຼື ເອີ້ນວ່າ Brexit.
ອັງກິດ ຢັ້ງຢືນວ່າ ຈະບໍ່ຜ່ອນສັ້ນຜ່ອນຍາວກ່ຽວກັບ “ໃບບິນ Brexit” - ảnh 1ທ່ານ Liam Fox ລັດຖະມົນຕີກະຊວງການຄ້າ ອັງກິດ (ພາບ: AFP/TTXVN)

ຜູ້ນຳໜ້າກະຊວງການຄ້າ ອັງກິດ ກະຕຸກຊຸກຍູ້ ອີຢູ ສົ່ງເສີມບັນດາການເຈລະຈາ, ປຶກສາຫາລືກ່ຽວກັບການພົວພັນໃນອະນາຄົດລະຫວ່າງ 2 ຝ່າຍໂດຍໄວ. ກ່ຽວກັບບັນຫານີ້, ໄດ້ຄັດຄຳແບ່ງປັນຂອງວົງການວິສາຫະກິດໃນທົ່ວ ເອີຣົບ ດ້ວຍປາດຖະໜາຢາກເຫັນແຈ້ງກ່ວາ ກ່ຽວກັບການພົວພັນໃໝ່ລະຫວ່າງ ອັງກິດ ແລະ ອີຢູ, ທ່ານລັດຖະມົນຕີ Fox ຖືວ່າ: 2 ຝ່າຍຄວນເລີ່ມດຳເນີນບັນດາການປຶກສາຫາລືກ່ຽວກັບບ້ວງຊຳລະສຸດທ້າຍ ຍ້ອນວ່າສິ່ງດັ່ງກ່າວ ດີຕໍ່ວົງການວິສາຫະກິດ, ກໍ່ຄືດີຕໍ່ຊາວ ອັງກິດ ແລະ ຊາວ ອີຢູ. ເຖິງຢ່າງໃດກໍ່ຕາມ, ອີຢູ ຍັງຄົງຢຶດໝັ້ນຕໍ່ທັດສະນະດຳເນີນການເຈລະຈາບັນດາບັນຫາຫຼັກແຫຼ່ງຕາມຂັ້ນຕອນ ກ່ອນທີ່ກ້າວໄປເຖິງການປຶກສາຫາລືບັນດາການພົວພັນໃໝ່ກັບ ອັງກິດ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ