ອັງກິດ ສືບຕໍ່ຂັ້ນຕອນຖອນອອກຈາກ ອີຢູ

ອັງກິດ ສືບຕໍ່ຂັ້ນຕອນຖອນອອກຈາກ ອີຢູ - ảnh 1
​ທ່ານ​ນາງ​ນາຍົກລັດຖະມົນຕີ Theresa May
(ພາບ: AFP/TTXVN)

(vovworld) - ​ ວັນ​ທີ 01/02 ດ້ວຍ​​ບັດ​ສະໜັບ​ສະ​ໜູນ 498 ບັດ ​ແລະ ບັດ​ຄ້ານ 114 ບັດ, ບັນດາ​ສະມາຊິກ​ສະພາຕ່ຳ ອັງກິດ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮັບຮອງ​ເອົາ​​ໄລຍະ​ທຳ​ອິດ​ຂອງ​ຮ່າງ​ກົດໝາຍ​ໜຶ່ງສະບັບ​ໜຶ່ງ, ​ເປີດຊ່ອງ​ທາງ​ໃຫ້​ທ່ານ​ນາງ​ນາຍົກລັດຖະມົນຕີ Theresa May “​ອີງ​ໃສ່” ມາດຕາ 50 ​ໃນ​ສົນທິສັນຍາ Lisbon ​ເພື່ອ​ໃຫ້ ອັງກິດ ຖອນ​ອອກ​ຈາກສະຫະພາບ ​ເອີ​ລົບ (ອີ​ຢູ) ຫຼື ​ເອີ້ນ​ວ່າ Brexit. ຮ່າງ​ກົດໝາຍ​ດັ່ງກ່າວ ຈະ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະພາ​ສູງ ​ເພື່ອ​ປຶກສາ​ຫາລື​ ນັບແຕ່​ວັນ​ທີ 20/02 ​ແລ​ະ ສາມາດ​​​ໄດ້​ຮັບ​ການໃຫ້​ສັດຕະຍາບັນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 07/03 ຈະ​ມາ​ເຖິງ.

        ທ່ານ​ນາງ​ນາຍົກ​ລັດຖະມົນຕີ May ພວມປະ​ເຊີນ​ໜ້າ​ກັບ​ກຳລັງ​ດັນ ຕ້ອງ​ໄດ້​​ຮັບ​ການໃຫ້​ສັດຕະຍາບັນ​ຈາກສະພາ​ແຫ່ງ​ຊາດ ອັງກິດ ຢ່າງ​ວ່ອງ​ໄວ ຍ້ອນ​​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາກັບ​ບັນດາ​ການ​ນຳ ​ເອີ​ລົບ ວ່າຈະ “​ອີງ​​ໃສ່” ຂໍ້ 50 - ລະບຽບການ​ນິຕິ​ກ​ຳ​ເພື່ອ​ດຳ​ເນີນ​ວິວັດ​ການ​ເຈລະຈາ 2 ປີ​ກ່ຽວ​ກັບ Brexit, ກ່ອນທີ່ສິ້ນ​ສຸດ 3 ​ເດືອນ​.

 

ຕອບກັບ

ຂ່າວ/ບົດ​ອື່ນ