ອັງກິດ ສະເໜີຈັດຕັ້ງກອງປະຊຸມ COP-26 ໃນເດືອນ ພະຈິກ 2021

(VOVWORLD) - ວັນທີ 27 ພຶດສະພາ, ລັດຖະບານປະເທດ ອັງກິດ ໄດ້ສົ່ງຈົດໝາຍເຖິງສະຫະປະຊາຊາດ ສະເໜີຂໍເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຂອງສະຫະປະຊາຊາດ (COP-26) ແຕ່ວັນທີ 01 – 12 ພະຈິກ 2021, ແທນໃຫ້ແຜນການກ່ອນນີ້ແມ່ນ ຈະຈັດຕັ້ງໃນເດືອນ ພະຈິກ ປີ 2020 ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19.
ອັງກິດ ສະເໜີຈັດຕັ້ງກອງປະຊຸມ COP-26 ໃນເດືອນ ພະຈິກ 2021 - ảnh 1 ພາບປະກອບ / TTXVN

        ຖ້າ COP-26 ໄດ້ຮັບການຈັດຕັ້ງ ຈະແມ່ນກອງປະຊຸມຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນຢູ່ ອັງກິດ, ໃນນັ້ນ ການນຳໂລກນັບຮ້ອຍທ່ານຈະຍົກອອກຄຳໝັ້ນສັນຍາໃໝ່ ໂດຍອີງໃສ່ບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ມີການກະທຳເພື່ອສະກັດກັ້ນສະພາບການດິນຟ້າອາກາດຂອງໜ່ວຍໂລກຮ້ອນຂຶ້ນ.

        ຕາມລັດຖະບານອັງກິດ ແລ້ວ, ທຸກການຕັດສິນໃຈກ່ຽວກັບເວລາຈັດຕັ້ງກອງປະຊຸມດັ່ງກ່າວ ແມ່ນຈະຂຶ້ນກັບອົງການຮັບຜິດຊອບກ່ຽວກັບບັນຫາດິນຟ້າອາກາດຂອງສະຫະປະຊາຊາດ. ອົງການດັ່ງກ່າວ ຈະຈັດກອງປະຊຸມໃນວັນທີ 28 ພຶດສະພາ ເພື່ອປຶກສາຫາລືກ່ຽວກັບຂໍ້ສະເໜີຂອງອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ