ອັງກິດ, ອາເມລິກາ ເຫັນດີເປັນເອກະພາບເດີນຕາມຂໍ້ຕົກລົງການຄ້າເສລີ 2 ຝ່າຍ

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢືນຢັນຄວາມສຳຄັນຂອງສາຍພົວພັນ ອັງກິດ - ອາເມລິກາ,
ອັງກິດ, ອາເມລິກາ ເຫັນດີເປັນເອກະພາບເດີນຕາມຂໍ້ຕົກລົງການຄ້າເສລີ 2 ຝ່າຍ - ảnh 1ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/ TTXVN)

ພ້ອມທັງເຫັນດີເປັນເອກະພາບເດີນຕາມຂໍ້ຕົກລົງການຄ້າທີ່ “ມັກໃຫຍ່ໄຝ່ສູງ” ພາຍຫລັງທີ່ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ), ຫຼື ເອີ້ນວ່າ Brexit. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມຢູ່ນະຄອນຫລວງ ລອນດອນ ພາຍຫລັງການເຈລະຈາກັບທ່ານປະທານາທິບໍດີ Trump, ວັນທີ 13 ກໍລະກົດ ທ່ານນາງນາຍົກລັດຖະມົນຕີ May ຢືນຢັນວ່າ ການພົວພັນລະຫວ່າງ ອັງກິດ - ອາເມລິກາ ແມ່ນ “ບໍ່ອາດຂາດໄດ້ ຍ້ອນຄວາມເສລີ, ຍຸຕິທຳ ແລະ ສັນຕິພາບ”. 2 ຝ່າຍໄດ້ເຫັນດີເປັນເອກະພາບຈະເດີນຕາມຂໍ້ຕົກລົງການຄ້າເສລີ 2 ຝ່າຍ ທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ພື້ນຖານເສດຖະກິດ 2 ປະເທດ ເມື່ອອັງກິດ ຖອນຕົວອອກຈາກ ອີຢູ.

        ສ່ວນທ່ານປະທານາທິບໍດີ Trump ຖືວ່າ: ທ່ານນາງນາຍົກລັດຖະມົນຕີ May ພວມເຮັດວຽກດີທີ່ສຸດ, ພ້ອມທັງສົ່ງຄຳຂອບໃຈເຖິງການນຳ ອັງກິດ ເມື່ອເດີນຕາມຂໍ້ຕົກລົງການຄ້າຍຸຕິທຳ ແລະ ເໝາະສົມກັບ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ