ອັງກິດ ຮັກສາທັດສະນະສະໜັບສະໜູນຂໍ້ຕົກລົງນິວເຄຼຍລະຫວ່າງ ອີຣານ ແລະ ກຸ່ມ P5+1

ອັງກິດ ຮັກສາທັດສະນະສະໜັບສະໜູນຂໍ້ຕົກລົງນິວເຄຼຍລະຫວ່າງ ອີຣານ ແລະ ກຸ່ມ P5+1 - ảnh 1
ທ່ານ​ນາງນາຍົກລັດຖະມົນຕີ ອັງກິດ Theresa Mayກັບ​ຄູ່​ຕຳ​ແໜ່​ງ
ອິດສະ​ລາ​​ແອັນ ທ່ານ Benjamin Netanyahu
(ພາບ: AFP/TTXVN)

(vovworld) – ​ ວັນ​ທີ 06/02, ​ໂຄສົກ​ຂອງ​ນາຍົກລັດຖະມົນຕີ ອັງກິດ ​ໃຫ້​ຮູ້​ວ່າ: ທ່ານ​ນາງນາຍົກລັດຖະມົນຕີ ອັງກິດ Theresa May ​ໄດ້​​ເວົ້າກັບ​ຄູ່​ຕຳ​ແໜ່​ງ ອິດສະ​ລາ​​ແອັນ ທ່ານ Benjamin Netanyahu ທີ່​ການ​ພົບ​ປະ​ຢູ່ ລອນ​ດອນ ວ່າ: ອັງກິດ ສະໜັບສະໜູນ​ຂໍ​້ຕົກ​ລົງນິວ​ເຄຼຍລະຫວ່າງ ອີຣານ ​ແລະ ກຸ່ມ P5+1, ​ເຖິງ​ຢ່າງ​ໃດ​ກໍ່ຕາມ ຄວນ​ລະມັດລະວັງ​ຕໍ່​ຮູບ​ການ​ຂອງ ອີຣານ ກ່ຽວ​ກັບ​ການ​ກະທຳ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ກ່ອນ​ທີ່​ພົບ​ປະ​ກັບ​ທ່ານ​ນາງ​ນາຍົກລັດຖະມົນຕີ ອັງກິດ, ທ່ານ​ນາຍົກລັດຖະມົນຕີ ອິດສະ​ລາ​ແອັນ Netanyahu ​ໄດ້​ເຕື້ອງ​ເຖິງ​ເລື່ອງ​ລົງ​ໂທ​ດ ອີຣານ ​ເມື່ອ​ຊົມ​ເຊີຍ​ບັນດາ​ຄຳ​ສັ່ງ​ລົງ​ໂທ​ດໃໝ່​ຂອງ​ອຳນາດ​ການ​ປົກ​ຄອງ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ສຳລັບ ອີຣານ ​ແລະ ຖື​ວ່າ ບັນດາ​ປະ​ເທດ “ມີ​ຄວາມ​ຮັບຜິດຊອບ” ຄວນ​ມີ​ການ​ກະທຳ​ຄ້າຍຄື​ກັນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ​ໃນ​ການ​ພົບ​ປະ​ກັບ​ການ​ນຳ ອິດສະ​ລາ​ແອັນ, ທ່ານ​ນາງ​ນາຍົກລັດຖະ​ມົນຕີ ອັງກິດ ຢືນຢັນ​ຢ່າງຈະ​ແຈ້ງ​ວ່າ ລອນ​ດອນ ສະໜັບ​ສະ​ໜູນ​​ເລື່ອງຮັກສາ​ຂໍ້​ຕົກລົງ​ນິວ​ເຄຼຍຂອງ ອີຣານ ​ເຖິງ​ວ່າ​ຕ້ອວ​ຕິ​ດ ຕາມ​ທ່າ​ທີ​ຂອງ​ປະ​ເທດ​ນີ້ຢ່າງ​ແໜ້ນ​ແຟ້​ນ.

ຕອບກັບ

ຂ່າວ/ບົດ​ອື່ນ