ອັງ​ກິດ ຮຽກ​ຮ້ອງ​ໃຫ້ EU ປ່​ຽນ​ແປງວິ​ທີ​ການ​ສຳ​ຜັດ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ Brexit

(VOVWORLD) -ອັງກິດ ແລະ EU ໄດ້ດຳເນີນການເຈລະຈາຫຼາຍຄັ້ງນັບແຕ່ເວລາ ອັງກິດ ຖອນຕົວອອກຈາກ EU ແຕ່ຕົ້ນປີນີ້, ແຕ່ຍັງຄ້າງຄາກັບບັນດາບັນຫາຄືສິດການຫາປາ, ກົນໄກແກ້ໄຂການຂັດແຍ້ງກັນ ແລະ ການແກ້ງແຍງກັນທີ່ມີຄວາມສະເໝີພາບ. 
ອັງ​ກິດ ຮຽກ​ຮ້ອງ​ໃຫ້ EU ປ່​ຽນ​ແປງວິ​ທີ​ການ​ສຳ​ຜັດ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ Brexit - ảnh 1ທ່ານ Michael Gove  ລັດຖະມົນຕີຮັບຜິດຊອບບັນດາບັນຫາ Brexit ຂອງ ອັງກິດ (ພາບ: TTXVN) 

ວັນທີ 18 ຕຸລາ, ທ່ານ Michael Gove  ລັດຖະມົນຕີຮັບຜິດຊອບບັນດາບັນຫາ Brexit ຂອງ ອັງກິດ ໃຫ້ຮູ້ວ່າ ຍັງມີໂອກາດເພື່ອສືບຕໍ່ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າຫຼັງ Brexit ຖ້າຫາກວ່າ ສະຫະພາບ ເອີລົບ (EU) ປ່ຽນແປງວິທີການສຳຜັດຂອງກຸ່ມນີ້.

ອັງກິດ ແລະ EU ໄດ້ດຳເນີນການເຈລະຈາຫຼາຍຄັ້ງນັບແຕ່ເວລາ ອັງກິດ ຖອນຕົວອອກຈາກ EU ແຕ່ຕົ້ນປີນີ້, ແຕ່ຍັງຄ້າງຄາກັບບັນດາບັນຫາຄືສິດການຫາປາ, ກົນໄກແກ້ໄຂການຂັດແຍ້ງກັນ ແລະ ການແກ້ງແຍງກັນທີ່ມີຄວາມສະເໝີພາບ. ຖ້າຫາກວ່າ ອັງກິດ ແລະ EU ບໍ່ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບການພົວພັນອະນາຄົດໄລຍະຫຼັງ Brexit, ສອງຝ່າຍຈະຕ້ອງນຳໃຊ້ບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO).

ຕອບກັບ

ຂ່າວ/ບົດ​ອື່ນ