ອັງກິດ ຮຽກເອີ້ນທ່ານເອກອັກຄະລັດຖະທູດ ສປປ.ເກົາຫຼີ ມາເພື່ອຄັດຄ້ານເຫດຍິງທົດລອງລູກສອນໄຟ

ອັງກິດ ຮຽກເອີ້ນທ່ານເອກອັກຄະລັດຖະທູດ ສປປ.ເກົາຫຼີ ມາເພື່ອຄັດຄ້ານເຫດຍິງທົດລອງລູກສອນໄຟ - ảnh 1
​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ທີ່​ດຳ​ເນີນ​ໃນ​ວັນ​ທີ 12/02 ຂອງ ພຽງ​ຢາງ
(ພາບ: Yonhap/TTXVN)

(vovworld) - ​​ ວັນ​ທີ 14/02 ​ກະຊວງ​ການ​ຕ່າງປະ​ເທດ ອັງກິດ ໄດ້​ຮຽກ​ເອີ້ນທ່ານ Choe Il ​ເອກ​ອັກຄະ​ລັດຖະທູດ ສປປ.​ເກົາຫຼີ ປະຈຳ ອັງກິດ ມາ​ເພື່ອ​ສະ​ແດ​ງການຄັດຄ້ານ​ຕໍ່​ເລື່ອງ​ປະ​ເທດ​ນີ້ ຫາ​ກໍ່​ດຳ​​ເນີນ​ການຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິຖີ. ຕາມກະຊວງ​ການ​ຕ່າງປະ​ເທດ ອັງກິດ ​ແລ້ວ, ການ​ກະທຳ​ຂອງ ສປປ.​ເກົາ​ຫຼີ ​ໄດ້​ນາບ​ຂູ່​ຕໍ່​​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ສາກົນ, ລະ​ເມີດ​ໂດຍ​ກົງ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ. ​ອັງກິດ ຮຽກຮ້ອງ ສປປ.​ເກົາ​ຫຼີ ຄວນ ຢຸດຕິບັນດາ​ການ​ກະທຳ​ທີ່ມີລັກສະນະ​ເກາະ​ຜິດ ​ແລະ ​ເປັນອັນຕະລາຍ, ອາດ​ຈະກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ ​ແລະ ນາບ​ຂູ່​ເຖິງ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ສາກົນ.

        ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ທີ່​ດຳ​ເນີນ​ໃນ​ວັນ​ທີ 12/02 ຂອງ ພຽງ​ຢາງ ​ແມ່ນ​ແນ​ໃສ່​ຄັດຄ້ານ​ທັດສະນະ​ທີ່​ແຂງ​ກະດ້າງຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ທີ່​ມີ​ຕໍ່ ສປປ.​ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ