ອັງກິດ, ເຢຍລະມັນ ຮຽກຮ້ອງການ “ຢຸດຍິງແບບຍືນຍົງ” ຢູ່ເຂດ ກາຊາ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ David Cameron ແລະ ທ່ານລັດຖະມົນຕີການຕ່າງປະເທດ Annalena Baerbock ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບສາມັນຊົນຮັບບາດເຈັບ ແລະ ເສຍຊີວິດໃນການປະທະກັນຢູ່ເຂດ ກາຊາ
ອັງກິດ, ເຢຍລະມັນ ຮຽກຮ້ອງການ “ຢຸດຍິງແບບຍືນຍົງ” ຢູ່ເຂດ ກາຊາ - ảnh 1ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 ໄດ້ອະນຸມັດຜ່ານມະຕິຮຽກຮ້ອງການຢຸດຍິງເພື່ອມະນຸດສະທຳຢູ່ເຂດ ກາຊາ
(ພາບປະກອບ: THX/TTXVN)

ວັນທີ 16 ທັນວາ, ທ່ານລັດຖະມົນຕີກາານຕ່າງປະເທດ ອັງກິດ David Cameron ແລະ ຄູ່ຕຳແໜ່ງ ເຢຍລະມັນ Annalena Baerbock ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງບັນລຸໄດ້ “ຄຳສັ່ງຢຸດຍິງແບບຍືນຍົງ” ຢູ່ເຂດ ກາຊາ. ໃນບົດຮຽນລວມທີ່ໄດ້ລົງພິມໃນໜັງສືພິມ Sunday Times, ທ່ານລັດຖະມົນຕີການຕ່າງປະເທດ David Cameron ແລະ ທ່ານລັດຖະມົນຕີການຕ່າງປະເທດ Annalena Baerbock ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບສາມັນຊົນຮັບບາດເຈັບ ແລະ ເສຍຊີວິດໃນການປະທະກັນຢູ່ເຂດ ກາຊາ, ພ້ອມທັງຮຽກຮ້ອງໃຫ້ ອິດສະຣາແອັນ ຢຸດຕິບັນດາການບຸກໂຈມຕີໃນທັນທີ.

ກ່ອນໜ້ານັ້ນ, ວັນທີ 12 ທັນວາ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 ໄດ້ອະນຸມັດຜ່ານມະຕິຮຽກຮ້ອງການຢຸດຍິງເພື່ອມະນຸດສະທຳຢູ່ເຂດ ກາຊາ ແລະ ປ່ອຍໃຫ້ຕົວປະກັນໂດຍບໍ່ມີເງື່ອນໄຂຕິດພ້ອມໃນທັນທີ. ອັງກິດ ໄດ້ປ່ອນບັດຂາວສຳລັບມະຕິດັ່ງກ່າວ. ມະຕິໂດຍ ອີຢິບ, ຕາງໜ້າໃຫ້ກຸ່ມບັນດາປະເທດ ອາຣັບ ອຸປະຖຳ ໄດ້ຮັບຮອງເອົາໃນສະພາບທີ່ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ອິດສະລາມ ຮາມາດ ບໍ່ມີສັນຍານຫຼຸດລົງເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ