ອັງກິດ ເອົາໃຈໃສ່ເຖິງເຂດການຄ້າເສລີ ອາຊີ - ປາຊີຟິກ

(VOVWORLD) - ຕາມໜັງສືພິມນີ້ແລ້ວ, ປະເທດ ອັງກິດ ໄດ້ເລີ່ມເຄື່ອນໄຫວການເຈລະຈາບໍ່ເປັນທາງການກ່ຽວກັບເລື່ອງເຂົ້າຮ່ວມຂໍ້ຕົກລົງການຄ້ານີ້ ໃນຄວາມມານະພະຍາຍາມຍູ້ແຮງການສົ່ງອອກພາຍຫຼັງ Brexit.

ອັງກິດ ເອົາໃຈໃສ່ເຖິງເຂດການຄ້າເສລີ ອາຊີ - ປາຊີຟິກ - ảnh 1 ທ່ານ ທ່ານ Liam Fox, ລັດຖະມົນຕີການຄ້າ ອັງກິດ 

(ພາບ:AFP/TTXVN)

ວັນທີ 3 ມັງກອນ, ໜັງສືພິມ Financial Times (ໜັງສືພິມ ການເງິນລາຍວັນ)  ໄດ້ໃຫ້ຂ່າວວ່າ ອັງກິດ ພວມເອົາໃຈໃສ່ເຖິງການເຂົ້າຮ່ວມກຸ່ມບັນດາປະເທດເຊັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມ ປາຊີຟິກ (CPTPP), ພາຍຫຼັງທີ່ປະເທດນີ້ຖອນອອກຈາກ ສະຫະພາບ ເອີລົບ (ອີຢູ) ຫຼື ຍັງເອີ້ນວ່າ Berxit.

        ຕາມໜັງສືພິມນີ້ແລ້ວ, ປະເທດ ອັງກິດ ໄດ້ເລີ່ມເຄື່ອນໄຫວການເຈລະຈາບໍ່ເປັນທາງການກ່ຽວກັບເລື່ອງເຂົ້າຮ່ວມຂໍ້ຕົກລົງການຄ້ານີ້ ໃນຄວາມມານະພະຍາຍາມຍູ້ແຮງການສົ່ງອອກພາຍຫຼັງ Brexit. ມາຮອດປະຈຸບັນ,  TPP ມີພຽງການເຂົ້າຮ່ວມຂອງບັນດາປະເທດເຂດແຄມ ທະເລ ປາຊີຟິກ ຄື: ຍີ່ປຸ່ນ, ການາດາ ແລະ ເມັກຊີໂກ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Greg Hands, ຮອງລັດຖະມົນຕີການຄ້າ ອັງກິດເນັ້ນໜັກວ່າ: “ບໍ່ມີຂໍ້ຈຳກັດດ້ານພູມສາດໃດໆມາສະກັດກັ້ນ ອັງກິດ ເຂົ້າຮ່ວມກຸ່ມນີ້”. ໃນຂະນະນັ້ນ, ທ່ານ Liam Fox, ລັດຖະມົນຕີການຄ້າ ອັງກິດ ຖືວ່າ “ບໍ່ທັນຮອດຈຸດເວລາເພື່ອຊອກຫາຖານະເປັນສະມາຊິກໃນ CPTPP”.

ຕອບກັບ

ຂ່າວ/ບົດ​ອື່ນ