ອັງກິດ ແລະ EU ບັນລຸໄດ້ຂໍ້ຕົກລົງໃໝ່ ກ່ຽວກັບອະນຸສັນຍາ ອຽກລັງເໜືອ

(VOVWORLD) - EU ຍອມຮັບການຜ່ອນພັນຂໍ້ກຳນົດສຳລັບປະຊາຊົນ ອຽກລັງເໜືອ ໄດ້ຮັບເຄື່ອງຝາກຈາກ ອັງກິດ ຜ່ານທາງໄປສະນີ...
 
ອັງກິດ ແລະ EU ບັນລຸໄດ້ຂໍ້ຕົກລົງໃໝ່ ກ່ຽວກັບອະນຸສັນຍາ ອຽກລັງເໜືອ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ແລະ ທ່ານນາງ ປະທານຄະນະກຳມະການເອີລົບ (EC) Ursula von der Leyen
(ພາບ:AFP/ TTXVN)

ວັນທີ 27 ກຸມພາ, ຢູ່ລອນດອນ, ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ແລະ ທ່ານນາງ ປະທານຄະນະກຳມະການເອີລົບ (EC) Ursula von der Leyen ບັນລຸໄດ້ຂໍ້ຕົກລົງໃໝ່ກ່ຽວກັບບັນດາຫຼັກການການຄ້າໄລຍະຫຼັງ Brexit ສຳລັບ ອຽກລັງເໜືອ (ຫຼືຍັງເອີ້ນວ່າ ອະນຸສັນຍາ ອຽກລັງເໜືອ). ເຖິງວ່າຂໍ້ຕົກລົງຍັງບໍ່ທັນເປັນທາງການກໍ່ຕາມ, ແຕ່ບັນດາແຫຼ່ງຂ່າວຂອງລັດຖະບານ ອັງກິດ ເວົ້າວ່າ ຂໍ້ຕົກລົງສະບັບໃໝ່ມີ 100 ໜ້າ, ໃນນັ້ນ ມີການປັບປຸງຈຳນວນໜຶ່ງ, ຄື: EU ຍອມຮັບການຜ່ອນພັນຂໍ້ກຳນົດສຳລັບປະຊາຊົນ ອຽກລັງເໜືອ ໄດ້ຮັບເຄື່ອງຝາກຈາກ ອັງກິດ ຜ່ານທາງໄປສະນີ; ປັບປຸງຂໍ້ກຳນົດກ່ຽວກັບລະດັບການສົ່ງອອກ - ນຳເຂົ້າ ເຫຼັກກ້າຈາກ ອັງກິດ ໄປຍັງ ອຽກລັງເໜືອ ທີ່ປະກາດໃນເດືອນ ສິງຫາ 2022 ແລະ ອັດຕາພາສີອາດຈະຂຶ້ນເຖິງ 25%.

          ຂໍ້ຕົກລົງໃໝ່ເພື່ອແນໃສ່ແກ້ໄຂບັນດາຂໍ້ຂັດແຍ້ງ, ຄວາມເຄັ່ງຕຶງຍ້ອນການປະຕິບັດບັນດາຂໍ້ຕົກລົງຫຼັງ Brexit ປີ 2020 ສຳລັບເຂດ ອຽກລັງເໜືອ ຂອງ ອັງກິດ ແລະ ຮັກສາຊາຍແດນເປີດຂອງປະເທດນີ້ສຳລັບ ອຽກລັງ, ສະມາຊິກ EU. ຄາດວ່າ, ຂໍ້ຕົກລົງໃໝ່ຈະຫລຸດຜ່ອນການກວດກາຕົວຈິງສຳລັບສິນຄ້າທີ່ຂົນສົ່ງຈາກ ອັງກິດ ໄປຍັງ ອຽກລັງເໜືອ ແລະ ຊ່ວຍບັນດານັກສ້າງກົດໝາຍຂອງ ອຽກລັງເໜືອ ມີສິດຕັດສິນສຳລັບບາງຂໍ້ກຳນົດດ້ານການຄ້າເຊິ່ງ EU ຈັດວາງໃຫ້ເຂດນີ້ຕາມບັນດາມາດຕາຂອງຂໍ້ຕົກລົງ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ