ອັງກິດ ແລະ UNICEF ອຸປະຖຳເຄື່ອງອຸປະກອນການແພດມີມູນຄ່າ 500.000 ປອນໃຫ້ແກ່ ຫວຽດນາມ

(VOVWORLD) -ອັງກິດ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືກັບກະຊວງສາທາລະນະສຸກ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປັບປຸງ ແລະ ໜູນຊ່ວນການຟື້ນຟູລະບົບ ແລະ ການບໍລິການດ້ານການແພດຢູ່ ຫວຽດນາມ.
ອັງກິດ ແລະ UNICEF ອຸປະຖຳເຄື່ອງອຸປະກອນການແພດມີມູນຄ່າ 500.000 ປອນໃຫ້ແກ່ ຫວຽດນາມ - ảnh 1ເຄື່ອງອຸປະກອນການແພດທີ່ໄດ້ມອບ
(ພາບ: qdnd.vn)

        ວັນທີ 29 ທັນວາ, ສະຖານທູດ ອັງກິດ ປະຈຳ ຮ່າໂນ້ຍ ແລະ ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ໄດ້ມອບເຄື່ອງອຸປະກອນການແພດທີ່ມີມູນຄ່າ 500.000 ປອນໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ ເພື່ອໜູນຊ່ວຍການຟື້ນຟູລະບົບສາທາລະນະສຸກ. ທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Iain Frew, ຢືນຢັນວ່າ, ຈຳນວນເຄື່ອງອຸປະກອນດັ່ງກ່າວແມ່ນການສະແດງໃຫ້ເຫັນການໜູນຊ່ວຍຢ່າງຍາວນານ ແລະ ແທດຈິງຂອງລາຊະອານາຈັກ ອັງກິດ ໃຫ້ແກ່ຄົນເຈັບ ແລະ ແພດໝໍ, ທ່ານໝໍ ຫວຽດນາມ ຢູ່ເຂດມີຄວາມສ່ຽງສູງກວ່າເພີ່ນ ແນໃສ່ຜ່ານຜ່າຄວາມຫຍຸ້ງຍາກ, ພິເສດແມ່ນທາງດ້ານການແພດ. ອັງກິດ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືກັບກະຊວງສາທາລະນະສຸກ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປັບປຸງ ແລະ ໜູນຊ່ວນການຟື້ນຟູລະບົບ ແລະ ການບໍລິການດ້ານການແພດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ