ອັງ​ກິດ ແລະ ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມື

(VOVWORLD) -ການນຳ ອັງກິດ ເຫັນດີຊຸກຍູ້ການຮ່ວມມືກັບ ໂຕກຽວ ໃນຫຼາຍຂົງເຂດ ນັບແຕ່ດ້ານການຄ້າ, ເຕັກໂນໂລຢີ, ການປ້ອງກັນຊາ ຕະຫຼອດຮອດບັນຫາການປ່ຽນແປງຂອງດິນຟ້າອາກາດ.

   ວັນທີ 11 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson  ໄດ້ມີການເຈລະຈາກັບຄູ່ຕໍາແໜ່ງ ຍີ່ປຸ່ນ Suga Yoshihide, ໃນນັ້ນ, ການນຳ ອັງກິດ ເຫັນດີຊຸກຍູ້ການຮ່ວມມືກັບ ໂຕກຽວ ໃນຫຼາຍຂົງເຂດ ນັບແຕ່ດ້ານການຄ້າ, ເຕັກໂນໂລຢີ, ການປ້ອງກັນຊາ ຕະຫຼອດຮອດບັນຫາການປ່ຽນແປງຂອງດິນຟ້າອາກາດ.

        ຕາມໂຄສົກຂອງຫອ້ງວ່າການນາຍົກລັດຖະມົນຕີ ອັງກິດ ແລ້ວ, ທີ່ການພົບປະຢູ່ນອກກອງປະຊຸມສຸດຍອດ ກຸ່ມບັນດາປະເທດອຸດສາຫະກຳ ພັດທະນາແຖວໜ້າໂລກ (G7) ທີ່ຖືກຈັດຂຶ້ນຢູ່ Cornwall, ເຂດທາງຕາເວັນຕົກພາກໃຕ້ ອັງກິດ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson  ກໍໄດ້ສະແດງການສະໜັບສະໜູນງານມະຫາກຳກິລາ Olympic Tokyo ແລະ ຊົມເຊີຍຄວາມມານະພະຍາຍາມຂອງ ຍີ່ປຸ່ນ ໃນການຮັບປະກັນໃຫ້ເຫດການນີ້ດຳເນີນໄປຢ່າງປອດໄພ. ໃນວັນດຽວກັນ, ກະຊວງການຕ່າງປະເທດ ຍີ່ປຸ່ນ ກໍແຈ້ງໃຫ້ຊາບວ່າ ທີ່ການເຈລະຈາ, ການນຳສອງຝ່າຍ ໄດ້ຢັ້ງຢືນ ຈະຮ່ວມມືກັນມຸ່ງໄປເຖິງເປົ້າໝາຍ ຫັນເປັນຄວາມເປັນລະບຽບຮຽບຮ້ອຍໃຫ້ປະກົດເປັນຈິງ ໂດຍອີງຕາມຂໍ້ກຳນົດກົດໝາຍ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ.


ຕອບກັບ

ຂ່າວ/ບົດ​ອື່ນ