ອັງກິດ ແລະ ອີຢູ ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງກ່ຽວກັບ Brexit

(VOVWORLD) -  2 ຝ່າຍບັນລຸໄດ້ບັນດາຄວາມກ້າວໜ້າ, ແຕ່ຍັງມີຄວາມແຕກຕ່າງກັນກ່ຽວກັບບາງບັນຫາ.
 
ອັງກິດ ແລະ ອີຢູ ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງກ່ຽວກັບ Brexit - ảnh 1 ທ່ານນາງນາຍົກລັດຖະມົນຕີ Theresa May 

ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບທ່ານ Jean – Claude Junker, ປະທານຄະນະກຳມະການ ເອີລົບ (EC) ໃນວັນທີ 4 ທັນວາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ເວົ້າວ່າ: ອັງກິດ ແລະ ສະຫະພາບ ເອີລົບ (EU) ບໍ່ທັນບັນລຸໄດ້ຂໍ້ຕົກລົງເພື່ອໃຫ້ 2 ຝ່າຍອາດສາມາດມຸ່ງໄປເຖິງໄລຍະເຈລະຈາຕໍ່ໄປກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ ອີຢູ ຫຼື ຍັງເອີ້ນວ່າ Brexit.

        ທ່ານນາງນາຍົກລັດຖະມົນຕີ Theresa May ໃຫ້ຮູ້ວ່າ: 2 ຝ່າຍບັນລຸໄດ້ບັນດາຄວາມກ້າວໜ້າ, ແຕ່ຍັງມີຄວາມແຕກຕ່າງກັນກ່ຽວກັບບາງບັນຫາ. ທ່ານນາງໃຫ້ຮູ້ວ່າ: ການເຈລະຈາຈະສືບຕໍ່ດຳເນີນໄປໃນທ້າຍອາທິດນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນ 2 ຝ່າຍຈະບັນລຸໄດ້ໝາກຜົນຕັ້ງໜ້າ. ໃນຂະນະນັ້ນ, ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Juncker ໃຫ້ຮູ້ວ່າ, ເຖິງວ່າ ອັງກິດ ແລະ ອີຢູ ໄດ້ຍົກອອກບັນດາຄວາມມານະພະຍາຍາມສູງສຸດໃນການເຈລະຈາຢູ່ ບຣຸກແຊນ, ແຕ່ “ມື້ນີ້, 2 ຝ່າຍຍັງບໍ່ທັນມຸ່ງໄປເຖິງຂໍ້ຕົກລົງເທື່ອ”. ເຖິງຢ່າງໃດກໍ່ຕາມ, ທ່ານເຊື່ອໝັ້ນວ່າ, ການເຈລະຈາ Brexit ລະຫວ່າງ ອັງກິດ ແລະ ອີຢູ ອາດຈະບັນລຸໄດ້ຄວາມກ້າວໜ້າກ່ອນທີ່ດຳເນີນກອງປະຊຸມສຸດຍອດ.

ຕອບກັບ

ຂ່າວ/ບົດ​ອື່ນ