ອັງ​ກິດ ແລະ ອີ​ຢູ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ການ​ຄ້າ ພາຍຫຼັງ Brexit ຄືນ​ໃໝ່

(VOVWORLD) -ບັນດາແຫຼ່ງຂ່າວຈາກ ເອີຣົບ ໃຫ້ຮູ້ວ່າ ວັນທີ 7 ຕຸລາ, ສະຫະພາບເອີຣົບ (ອີຢູ) ແລະ ອັງກິດ ໄດ້ເຊື່ອມຕໍ່ບັນດາການເຈລະຈາກ່ຽວກັບການພົວພັນພາຍຫຼັງ Brexit ຢູ່ນະຄອນຫຼວງ ລອນດອນ ປະເທດ ອັງກິດ ດ້ວຍຄວາມຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງໃນທ້າຍເດືອນນີ້.

ບັນດາການເຈລະຈາຄາດວ່າຈະແກ່ຍາວໄປຮອດວັນທີ 9 ຕຸລາ, ເຊິ່ງເປັນຈຸດເວລາທີ່ດຳເນີນການປຶກສາຫາລື ລະຫວ່າງທ່ານ Michel Barnier ຫົວໜ້າຄະນະເຈລະຈາ ອີຢູ ແລະ ຄູ່ຕຳແໜ່ງ ອັງກິດ David Frost.

        ກ່ອນໜ້ານັ້ນ, ວັນທີ 2 ຕຸລາ, ອັງກິດ ແລະ ອີຢູ ໄດ້ສິ້ນສຸດຮອບເຈລະຈາທາງການຄ້າ ຄັ້ງທີ 9 ແລະ ກໍແມ່ນຮອບເຈລະຈາສຸດທ້າຍລະຫວ່າງສອງຝ່າຍ. ເຖິງຢ່າງໃດກໍຕາມ ພາຍຫຼັງການເຈລະຈາມາເປັນເວລາ 04 ວັນ, ການນຳ ອັງກິດ ແລະ ອີຢູ ກໍ່ຍອມຮັບວ່າ ຄວາມຄືບໜ້າຂອງການເຈລະຈາ ຍັງບໍ່ບັນລຸໄດ້ບາດກ້າວບຸກທະລຸ ໃນຂະນະທີ່ຍັງມີຄວາມບໍ່ລົງລອຍກັນຫຼາຍພໍສົມຄວນໃນບັນຫາຈັບຫາປາ ແລະ ນະໂຍບາຍອຸດໜູນລາຄາ. ທ່ານຫົວໜ້າຄະນະເຈລະຈາຂອງ ອີຢູ ແລະ ອັງກິດ ຖືວ່າ ສອງຝ່າຍຕ້ອງບັນລຸໄດ້ຂໍ້ຕົກລົງການຄ້າເສລີ ພາຍຫຼັງ Brexit ກ່ອນທີ່ດຳເນີນກອງປະຊຸມສຸດຍອດ ອີຢູ ເຊິ່ງຄາດວ່າຈະດຳເນີນໃນວັນທີ 15 ຕຸລາ ຈະມາເຖິງ ເພື່ອໃຫ້ໄດ້ຮັບຮອງເອົາ ກ່ອນວັນທີ 1 ມັງກອນ ປີ 2021.


ຕອບກັບ

ຂ່າວ/ບົດ​ອື່ນ