ອັງກິດ ​ແລະ ອີ​ຢູ ​ເລີ່​ມ​ເຈລະຈາ​ກາ​ນພົວພັນ​ສອງ​ຝ່າຍ​ນັບ​ແຕ່​ວັນ​ທີ 02 ມີນາ

(VOVWORLD) -ວັນທີ 25 ກຸມພາ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາ Brexit ຂອງ ສະຫະພາບເອີຣົບ (ອີຢູ) ໃຫ້ຮູ້ວ່າ ກຸ່ມນີ້ ແລະ ອັງກິດ ຈະເລີ່ມເຈລະຈາກ່ຽວກັບການພົວພັນສອງຝ່າຍຄັ້ງໃໝ່ຢູ່ ບຣຸກແຊນ ປະເທດແບນຊິກນັບແຕ່ວັນທີ 02 – 05 ມີນາ.
ອັງກິດ ​ແລະ ອີ​ຢູ ​ເລີ່​ມ​ເຈລະຈາ​ກາ​ນພົວພັນ​ສອງ​ຝ່າຍ​ນັບ​ແຕ່​ວັນ​ທີ 02 ມີນາ - ảnh 1ທ່ານ Michel Barnier, ຫົວໜ້າຄະນະເຈລະຈາ Brexit ຂອງ ສະຫະພາບເອີຣົບ (ພາບ: TTXVN)

        ທ່ານ Barnier ກໍໃຫ້ຮູ້ຕື່ມອີກວ່າ ໃນການເຈລະຈາຮອບທີ 2 ຊຶ່ງຈະຈັດຂຶ້ນຢູ່ ລອນດອນ ໃນທ້າຍເດືອນ ມີນາ ຈະມາເຖິງ ໂດຍຈະປຶກສາຫາລືກ່ຽວກັບບັນດາເນື້ອໃນຄື ດ້ານການຄ້າ, ຄວາມໝັ້ນຄົງ, ນະໂຍບາຍການຕ່າງປະເທດ ແລະ ຫຼາຍຂົງເຂດອື່ນໆ. ເຖິງຢ່າງໃດກໍຕາມ, ທ່ານ  Barnier ກໍຢັ້ງຢືນວ່າ ຈະບໍ່ຊອກຫາວິທີສິ້ນສຸດການເຈລະຈາ “ບໍ່ວ່າດ້ວຍວິທີໃດ”, ເພາະວ່າ ໃນໄລຍະເຈລະຈາອັນສັ້ນໆນີ້ ຈະບໍ່ສາມາດປະຕິບັດສໍາເລັດທຸກຢ່າງໄດ້, ເຖິງວ່າ ອີຢູ ຈະມານະພະຍາຍາມຈົນສຸດຄວາມສາມາດກໍຕາມ. ທ່ານກໍກ່າວເຕືອນກ່ຽວກັບວິວັດທະນາການດໍາເນີນການເຈລະຈາ ຈະ “ສັບສົນ, ເຄັ່ງຕຶງ, ຫຍຸ້ງຍາກ, ຊໍ້າບໍ່ໜໍາ ອາດຈະຍາກທີ່ສຸດ”.


ຕອບກັບ

ຂ່າວ/ບົດ​ອື່ນ