ອັງກິດ ແລະ ແອັດສປາຍ ສ້າງຄວາມອຸ່ນອ່ຽງໃຈໃຫ້ເຂດແຄ້ວນ Gibraltar

ອັງກິດ ແລະ ແອັດສປາຍ ສ້າງຄວາມອຸ່ນອ່ຽງໃຈໃຫ້ເຂດແຄ້ວນ Gibraltar - ảnh 1
ອັງກິດ ແລະ ແອັດສປາຍ ສ້າງຄວາມອຸ່ນອ່ຽງໃຈໃຫ້ເຂດແຄ້ວນ Gibraltar
(ພາບ: AFP)

(vovworld) – ບັນ​ດາ​ການ​ນຳ ອັງກິດ ​ແລະ ​ແອັດ​ສປາຍ ​ໄດ້​ອອກສຽງ​ສ້າງ​ຄວາມ​ອຸ່ນ​ອ່ຽງ​ໃຈ​ໃຫ້​ປະຊາຊົນ​ຢູ່ Gibraltar, ​ເຂດ​ທີ່ຂຶ້ນ​ກັບ ອັງກິດ ຢູ່​ຕອນ​ໃຕ້​ສຸດ​ຂອງ ​ແອັດສປາຍ, ​ໃນ​ສະພາວະ​ທີ່ປະກົດມີ​ຄວາມ​ວິຕົກ​ກັງວົນຫລາຍກ່ຽວ​ກັບ​ອະນາຄົດ​ຂອງ​ເຂດ​ດິນ​ແດນ​ນີ້ ​​ເມື່ອ ອັງກິດ ຖອນ​ອອກ​ຈາກ​ສະຫະ​ພາບ ​ເອີ​ລົ​ບ (ອີ​ຢູ) ຫຼື ​ເອີ້ນ​ວ່າ Brexit. ຫ້ອງ​ວ່າການ​ນາຍົກລັດຖະມົນຕີ ອັງກິດ ​ໃຫ້​ຮູ້​ວ່າ: ​ໃນ​ການ​ໂອ້​ລົ​ມທາງ​ໂທລະສັບ​ລະຫວ່າງ​ທ່ານ​ນາງ​ນາຍົກລັດຖະມົນຕີ ອັງກິດ Theresa May ​ແລະ ຜູ້​ວ່າການ​ເຂດ Gibraltar ທ່ານ Fabian Picardo ​ໃນ​ວັນທີ 02/04, ທ່ານ​ນາງ May ຢືນຢັນ​ຄືນ​ໃໝ່ ຫຼັກ​ໝັ້ນ​ຂອງ ອັງກິດ ຍາມ​ໃດ​ກໍ່​ສະໜັບສະໜູນ​ປະຊາຊົນ ກໍ່​ຄື​ການ​ພັດທະນາ​ເສດຖະກິດ​ຂອງ​ເຂດ​ດິນ​ແດນນີ້. ທ່ານ​ນາງ​ນາຍົກລັດຖະມົນຕີ ອັງກິດ ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ Gibraltar ​ເພື່ອ​ບັນລຸ​ໝາກຜົນ​ດີ​ທີ່​ສຸດ ຈາກ​ວິວັດ​ທະນາການ Brexit. ທ່ານນາງ May ຢືນຢັນ​ວ່າ: ລອນ​ດອນ ຍາມ​ໃດ​ກໍ່​ຖື Gibraltar ​ ​ແມ່ນພາກສ່ວນ​ໜຶ່ງ​ທີ່​ເປັນ​ເອກະ​ພາບກັບ ອັງກິດ ​ໃນ​ວິ​ວັດທະນາການ Brexit.



ຕອບກັບ

ຂ່າວ/ບົດ​ອື່ນ