ອັງກິດກຳນົດຈຸດເວລາຈັດຕັ້ງການປ່ອນບັດກ່ຽວກັບຂໍ້ຕົກລົງ Brexit

(VOVWORLD) -ອັງກິດ ພວມມີແຜນການຈັດຕັ້ງການປ່ອນບັດກ່ຽວກັບຂໍ້ຕົກລົງປະເທດນີ້ຖອນຕົວອອກຈາກສະຫະພາບເອີລົບ (EU) ຫຼື ເອີ້ນວ່າ Brexit, ໃນວັນທີ 15 ມັງກອນ ຈະມາເຖິງ.

ເມື່ອແລກປ່ຽນກັບວົງການນັກຂ່າວໃນວັນທີ 08 ມັງກອນ ກ່ຽວກັບຂໍ້ມູນຂ່າວສານດັ່ງກ່າວ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໃຫ້ຮູ້ວ່າ, ໃນກອງປະຊຸມກັບບັນດາລັດຖະມົນຕີຂັ້ນສູງ, ທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ຢືນຢັນອີກຄັ້ງໜຶ່ງວ່າ ລັດຖະບານບໍ່ມີແຜນນະໂຍບາຍແກ່ຍາວວິວັດທະນາການຖອນຕົວອອກຈາກ “ຊາຍຄາລວມ” ເອີລົບ ຕາມມາດຕາ 50 ຂອງສົນທິສັນຍາ Lisbon.

        ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານ Stephen Barclay, ລັດຖະມົນຕີ Brexit ຂອງອັງກິດ ກໍ່ຢືນຢັນວ່າ, ປະເທດນີ້ຈະຖອນຕົວອອກຈາກ EU ໃນວັນທີ 29 ມີນາ ຈະມາເຖິງ ແລະ ຈະບໍ່ພິຈາລະນາເລື່ອງແກ່ຍາວເວລາ “ແຍກຕົວອອກ” ເຊິ່ງໄດ້ກຳນົດໃນມາດຕາ 50 ສົນທິສັນຍາ Lisbon.

ຕອບກັບ

ຂ່າວ/ບົດ​ອື່ນ