ອັງກິດຈັດຕັ້ງພິທີໄຫວ້ອາໄລອະດີດນາຍົກລັດຖະມົນຕີອັງກິດ Margaret Thatcher

ອັງກິດຈັດຕັ້ງພິທີໄຫວ້ອາໄລອະດີດນາຍົກລັດຖະມົນຕີອັງກິດ Margaret Thatcher - ảnh 1
ພິທີ​ໄຫວ້​ອາ​ໄລ​ອະດີດນາຍົກລັດຖະມົນຕີອັງກິດ,
ທ່ານ​ນາງ Margaret Thatcher
ພາບ:TTXVN/guardian.co.uk


(vovworld) - ຕອນ​ບ່າຍ​ວັນ​ທີ 17/4, ພິທີ​ໄຫວ້​ອາ​ໄລ​ອະດີດນາຍົກລັດຖະມົນຕີອັງກິດ, ທ່ານ​ນາງ Margaret Thatcher ​ຖືກດຳ​ເນີນ​ໄປ​ຢູ່​ໂບດ St. Paul ຢູ່​ນະຄອນຫລວງ ລອນ​ດອນ ຕາມ​ພິທີກຳ​ຂອງ​ກອງທັບ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ລາ​ຊີ​ນີ ອັງກິດ Elizabeth II, ນາຍົກລັດຖະ​ມົນຕີ​ອັງກິດ David Cameron ​ແລະ ​ແຂກ​ຖືກ​ເຊີນ​ປະມານ 2.300 ທ່ານ​ທີ່​ມາ​ຈາກ 170 ປະ​ເທດ. ພິທີ​ໄຫວ້​ອາ​ໄລ​ທ່ານ​ນາງ Thatcher ດຳ​ເນີນ​ໄປ​ໃນ​ເງື່ອນ​ໄຂ​ຄວາມ​ສະຫງົບ​ປອດ​ໄພ​ໄດ້​ຮັບ​ການ​ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງຕຳຫລວດອັງກິດ 4.000 ຄົນ. ບັນດາ​ສຳນັກງານ​ຂອງ​ອົງການ​ລັດຖະບານ​ລ້ວນ​ແຕ່​ຊັກ​ທຸງ​ລົງ​ເຄິ່ງ​ເສົາ ​ແລະ ຢູ່ສອງ​ຟາກ​ທາງ​ມີ​ປະມານ 4000 ຄົນ​​ຢືນ​ລໍຖ້າ​​ໂລງສົບຂອງ​ທ່ານ​ນາງ Thatcher ​ໄປ​ຜ່ານ​ເພື່ອ​ສະ​ແດງ​ຄວາມ​ສັ່ງ​ລາ​ທ່ານ​ນາງ​ອະດີດ​ນາຍົກລັດຖ​ະມົນຕີຍິງຜູ້ທຳອິດຂອງ​ປະ​ເທດອັງກິດທັງແມ່ນຜູ້ຍິງທຳອິດຂອງເອີລົບທີ່ດຳລົງຕຳ່ແຫນ່ງ ນາຍົກລັດຖະມົນຕີ (1979-1990)

 

 

ຂ່າວ/ບົດ​ອື່ນ