ອັງ​ກິດ​​ຈະມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ແທນ​ທ່​ານ Boris Johnson ໃນ​ວັນ​ທີ 5 ກັນ​ຍາ

(VOVWORLD) -ວັນທີ 11 ກໍລະກົດ, ພັກອະນຸລັກນິຍົມກຳອຳນາດຢູ່ອັງກິດໄດ້ເຫັນດີເປັນເອກະພາບຂັ້ນຕອນເລືອກຕັ້ງລະອຽດ ເພື່ອຄັດເລືອກການນຳຄົນໃໝ່ຂອງພັກນີ້ແທນ ທ່ານ Boris Johnson ໃນຖານະເປັນການນຳພັກ ກໍ່ຄືນາຍົກລັດຖະມົນຕີ ອັງກິດ. 
ອັງ​ກິດ​​ຈະມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ແທນ​ທ່​ານ Boris Johnson ໃນ​ວັນ​ທີ 5 ກັນ​ຍາ - ảnh 1ທ່ານນາຍົກລັດຖະມົນຕີ Boris Johnson ປະກາດຕົກລົງລາອອກຈາກຕຳແໜ່ງ (ພາບ:  AFP/TTXVN)

ປັດຈຸບັນມີຜູ້ສະໝັກຮັບເລືອກຕັ້ງ 11 ທ່ານໄດ້ປະກາດຈະເຂົ້າຮ່ວມການເລືອກຕັ້ງ. ຊື່ ແລະ ນາມສະກຸນຂອງຜູ້ສືບທອດໜ້າທີ່ຈະໄດ້ຮັບການປະກາດໃນວັນທີ 5 ກັນຍາ ປີ 2022, ພາຍຫຼັງການເລືອກຕັ້ງຄັ້ງສຸດທ້າຍໃນພັກ. ຕາມບັນດາຂໍ້ກຳນົດຂອງຄະນະກຳມະການ 1922 ເຊິ່ງ ແມ່ນບ່ອນເຕົ້າໂຮມບັນດາສະມາຊິກພັກອະນຸລັກນິຍົມ ແລະ ຮັບຜິດຊອບກ່ຽວກັບບັນດາກົດລະບຽບຂອງພັກນີ້, ເພື່ອກາຍເປັນຜູ້ສະໝັກຮັບເລືອກຕັ້ງເຂົ້າຮ່ວມການແຂ່ງຂັນເຂົ້າເປັນການນຳຂອງພັກອະນຸລັກນິຍົມ. ຄັ້ງສຸດທ້າຍຈະດຳເນີນໃນວັນທີ 4 ກັນຍາ, ມີສະມາຊິກພັກອະນຸລັກນິຍົມ ນັບແສນຄົນຈະໄດ້ບ່ອນປັດເລືອກຕັ້ງໂດຍກົງ ເພື່ອເລືອກຕັ້ງຜູ້ທີ່ໄດ້ຮັບໄຊຊະນະ ແລະ ໝາກຜົນຈະໄດ້ຮັບການປະກາດໃນວັນທີ 5 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ