ອັງ​ກິດຈ່າຍ​ເງິນ 705 ລ້ານປອນເພື່ອ​ກະ​ກຽ​ມ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ​ເຂດ​ຊາຍ​ແດນ​ໄລ​ຍະຫຼັງ Brexit

(VOVWORLD) -ອັງກິດຈະຈ່າຍເງິນ 705 ລ້ານ ປອນ (890 ລ້ານ USD) ໃຫ້ແກ່ບັນດາພື້ນຖານໂຄງລ່າງຢູ່ເຂດຊາຍແດນເພື່ອຮັກສາກະແສການຄ້າພາຍຫຼັງໄລຍະເຊື່ອມຕໍ່ຫຼັງ Brexit, ໝາຍຄວາມວ່າ ການຖອນຕົວອອກຈາກ ສະຫະພາບເອີລົບ (EU), ສິ້ນສຸດໃນທ້າຍປີນີ້.
ອັງ​ກິດຈ່າຍ​ເງິນ 705 ລ້ານປອນເພື່ອ​ກະ​ກຽ​ມ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ​ເຂດ​ຊາຍ​ແດນ​ໄລ​ຍະຫຼັງ Brexit - ảnh 1ພາບປະກອບ: AFP/TTXVN 

ຕາມແຈ້ງການຫຼ້າສຸດຂອງລັດຖະບານອັງກິດແລ້ວ, ແຫຼ່ງເງິນທຶນດັ່ງກ່າວໄດ້ນຳໃຊ້ເພື່ອສ້າງບັນດາສະຖານທີ່ຄຸ້ມຄອງເຂດຊາຍແດນໃໝ່, ບັນດາລະບົບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຈ່າຍເງິນເດືອນໃຫ້ແກ່ ໜ້າທີ່ຕຳແໜ່ງໃໝ່500ຕຳແໜ່ງ, ທັງຮັບປະກັນຄວາມໝັ້ນຄົງ, ທັງແກ້ໄຂບັນດາວຽກງານທີ່ເກີດຂຶ້ນໃໝ່, ພາຍຫຼັງ  ອັງກິດ ຖອນຕົວອອກຈາກຕະຫຼາດລວມ ແລະ ສະຫະພັນພາສີອາກອນ EU. ນີ້ແມ່ນຈຳນວນເງິນທຶນທີ່ສະຫງວນສະເພາະໃຫ້ແກ່ການກະກຽມສຳລັບບັນດາເສັ້ນຊາຍແດນລະຫວ່າງ ອັງກິດ ແລະ EU. ບັນດາແຜນການກ່ຽວກັບເສັ້ນຊາຍແດນລະຫວ່າງ ເຂດອຽກລັງເໜືອ ຂຶ້ນກັບ ອັງກິດ ແລະ ສ.ໄອເຊີແລນຈະໄດ້ຮັບການປະກາດໃນ 2,3 ອາທິດຈະມາເຖິງ.  

ຕອບກັບ

ຂ່າວ/ບົດ​ອື່ນ