ອັງກິດຕ້ອງແກ້ໄຂບັນຫາຊາວອົບພະຍົບພາຍຫຼັງ Brexit

(VOVWORLD) -ກ່າວຄຳເຫັນກັບນັກຂ່າວຢູ່ ເກາະໂກດທາງທິດຕາເວັນຕົກສ່ຽງໃຕ້ຂອງເກຼັກເນື່ອງໃນໂອກາດເຫດການເປີດຄ້າຍຊາວອົບພະຍົບ,  ທ່ານມາກາລີ ຕິດຈີນັດເວົ້າວ່າ: “ອັງກິດໄດ້ອອກຈາກສະຫະພາບເອີລົບ ດັ່ງນັ້ນນັບແຕ່ເວລານີ້ ອັງກິດ ຕ້ອງຕົກລົງໂດຍຕົນເອງກ່ຽວກັບການດຳເນີນການຄວບຄຸມແລະຄຸ້ມຄອງຊາຍແດນຂອງຕົນ”.
ອັງກິດຕ້ອງແກ້ໄຂບັນຫາຊາວອົບພະຍົບພາຍຫຼັງ Brexit - ảnh 1ພາບປະກອບ

    ວັນທີ 27 ພະຈິກ, ທ່ານຮອງປະທານຄະນະກຳມະການເອີລົບ ມາກາລີ ຕິດຈີນັດ ຖະແຫຼງວ່າອັງກິດຕ້ອງແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຊາວອົບພະຍົບດ້ວຍຕົນເອງພາຍຫຼັງທີ່ປະເທດນີ້ໄດ້ອອກຈາກສະຫະພາບເອີລົບຫຼືເອີ້ນວ່າ Brexit

  ກ່າວຄຳເຫັນກັບນັກຂ່າວຢູ່ ເກາະໂກດທາງທິດຕາເວັນຕົກສ່ຽງໃຕ້ຂອງເກຼັກເນື່ອງໃນໂອກາດເຫດການເປີດຄ້າຍຊາວອົບພະຍົບ,  ທ່ານມາກາລີ ຕິດຈີນັດເວົ້າວ່າ: “ອັງກິດໄດ້ອອກຈາກສະຫະພາບເອີລົບ ດັ່ງນັ້ນນັບແຕ່ເວລານີ້ ອັງກິດ ຕ້ອງຕົກລົງໂດຍຕົນເອງກ່ຽວກັບການດຳເນີນການຄວບຄຸມແລະຄຸ້ມຄອງຊາຍແດນຂອງຕົນ”

ຕອບກັບ

ຂ່າວ/ບົດ​ອື່ນ