ອັງ​ກິດ​ຖອນ​ຕົວ​ອອກ​ຈາກ ສະ​ຫະ​ພາບ​ເອີ​ລົບ ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ໃນເວລາ 23 ໂມງ ວັນທີ 31 ມັງກອນ (ກົງກັບ ເວລາ 6 ໂມງ, ວັນທີ 1 ມັງກອນ ຢູ່ ຮ່າໂນ້ຍ), ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໄດ້ຖອນຕົວອອກຈາກ ສະຫະພາບເອີລົບ (EU) ຢ່າງເປັນທາງການ, ສິ້ນສຸດ ໄລຍະ 47 ປີ ແຫ່ງການເປັນສະມາຊິກຂອງ ສະຫະພາບເສດຖະກິດໃຫຍ່ທີ່ສຸດຂອງໂລກໃນປັດຈຸບັນ.
ອັງ​ກິດ​ຖອນ​ຕົວ​ອອກ​ຈາກ ສະ​ຫະ​ພາບ​ເອີ​ລົບ ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ກ່າວຄຳເຫັນຢູ່ນະຄອນລອນດອນ (ພາບ: THX/TTXVN) 

ກ່ອນຈຸດເວລາທີ່ອັງກິດຈະຖອນຕົວ ອອກຈາກ EU 1 ຊົ່ວໂມງ, ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ໄດ້ກ່າວຄຳເຫັນຕໍ່ຊ່ອງໂທລະພາບ ຮຽກຮ້ອງໃຫ້ ປະຊາຊົນ ອັງກິດ ຈົ່ງ ມຸ່ງໄປສູ່ ອະນາຄົດ, ບໍ່ຫວນຄືນອະດີດ, ເມື່ອເວົ້າວ່າ “ນີ້ບໍ່ແມ່ນການສິ້ນສຸດ, ເຊິ່ງແມ່ນການເລີ່ມຕົ້ນໃໝ່…ແມ່ນຈຸດເວລາຂອງການປ່ຽນແປງໃໝ່ປະເທດຊາດຢ່າງແທ້ຈິງ”.

        ສ່ວນຝ່າຍ ເອີລົບ, ໃນບົດກ່າວປາໄສໃນຕອນຄ່ຳວັນທີ 31 ມັງກອນຕໍ່ຊ່ອງໂທລະພາບແຫ່ງຊາດ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ຖືວ່າ ນີ້ແມ່ນວັນທີ່ໂສກເສົ້າສຳລັບເອີລົບ.        

ຕອບກັບ

ຂ່າວ/ບົດ​ອື່ນ