ອັງກິດ:ນາຍົກລັດຖະມົນຕີCameronເລີ່ມຕົ້ນການສ້າງຕັ້ງຄະນະລັດຖະບານໃໝ່

ອັງກິດ:ນາຍົກລັດຖະມົນຕີCameronເລີ່ມຕົ້ນການສ້າງຕັ້ງຄະນະລັດຖະບານໃໝ່ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron
(ພາບ​ປະ​ກອບ​)

(vovworld) – ພາຍຫຼັງ​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​​ໃນ​ເວ​ລາຜ່ານ​ມາ, ວັນ​ທີ 9/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron ໄດ້​ເລີ່ມ​ຕົ້ນ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່ ດ້ວຍ​ການ​ຄາດ​ຄະ​ເນ​ວ່າ​​ທັງ​ໝົດ​ຈະ​ແມ່ນ​ສະ​ມາ​ຊີກ​​ສັງ​ກັດ​ພັກ​ນິ​ຍົມ​ຮັກ​ສາ​ເດີມ. ທ່ານກໍ່​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ມອບ​ສິດ​ຕື່ມ​ອີກ​ໃຫ້​ແກ່ ເຂດ Wales ແລະ Scotland, ພ້ອມ​ທັງ​ຮຽກ​ຮ້ອງ​​ໃຫ້ປະ​ຕິ​ຮູບ​ກົນ​ໄກ​ເຄື່ອນ​ໄຫວ​ຂອງ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ). ໃນ​ຄະ​ນະ​ລັດ​ຖະ​ບານ​ໃໝ່​ຍັງ​ຮັກ​ສາ​ຕຳ​ແໜ່ງ​ຂອງ 4 ທ່ານ​ໃນ​ຄະ​ນະ​ລັດ​ຖະ​ບານ​ເກົ່າ​ຄື: ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງພາຍ​ໃນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງປ້ອງ​ກັນ​ປະ​ເທດ. ​ບຸກ​ຄົນ​ສຳ​ຄັນ 4 ທ່ານນີ້​ຈະ​ແມ່ນ​ເສົາ​ຄ້ຳ​ຂອງ​ລັດ​ຖະ​ບານ​ເຊິ່ງ​ທ່ານ Cameron ໃຫ້​ຄຳ​ໝັ້ນ​ສ​ັນ​ຍາ​ຈະ​ແມ່ນ 100% ສະ​ມາ​ຊິກ​ໃນ​ພັກ​ນິ​ຍົມ​ຮັກ​ສາ​ເດີ​ມ. ສິ່ງ​ດັ່ງ​ກ່​າວ​ໄດ້​ເຮັດ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ​ພັກນິ​ຍົມ​ຮັກ​ສາ​ເດີ​ມຫຼາຍທ່ານ ເພິ່ງ​ພໍ​ໃຈ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Cameron ຈະ​ປະ​ກ​າດ​ຄະ​ນະ​ລັດ​ຖະ​ບານ​ໃນ​ວັນ​ທີ 11/5.


ຂ່າວ/ບົດ​ອື່ນ