ອັງ​ກິດ​ບໍ່​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ການ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງຫຼັງ Brexit

(VOVWORLD) -ໃນຮ່າງເອກະສານຫຼ້າສຸດທີ່ໄດ້ຍົກອອກມາໃນວັນທີ 10 ທັນວາ, EU ຢາກໃຫ້ສອງຝ່າຍສືບຕໍ່ໄປຫາປາຢູ່ໃນເຂດທະເລຂອງຕົນເປັນເວລາ 12 ເດືອນ, ເຊິ່ງເລີ່ມແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ ແລະ ຮັກສາການບໍລິການທາງດ້ານການບິນ, ທາງບົກ, ການຂົນສົ່ງສິນຄ້າ ໃນຮອບເວລາ 6 ເດືອນ. ແຕ່, ຝ່າຍອັງກິດບໍ່ຕົກລົງ.
ອັງ​ກິດ​ບໍ່​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ການ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງຫຼັງ Brexit - ảnh 1 ພາບປະກອບ: TTXVN

ອັງກິດ ແລະ ສະຫະພາບ ເອີລົບ (EU) ບັນລຸໄດ້ບາງຄວາມຄືບໜ້າບາດກ້າວໃນການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າ ຫຼັງ Brexit (ອັງກິດຖອນຕົວອອກຈາກ EU), ແຕ່ລະຫວ່າງສອງຝ່າຍຍັງມີຄວາມບໍ່ລົງລອຍກັນທີ່ໃຫຍ່ຫຼວງ ແລະ ບັນດາການເຈລະຈາອາດຈະສິ້ນສຸດລົງແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃດ. ວັນທີ 16 ທັນວາ, ໂຄສົກຂອງ ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ຍົກອອກຖະແຫຼງການດັ່ງກ່າວໃນສະພາບທີ່ ລອນດອນ ແລະ EU ມານະພະຍາຍາມບັນລຸໄດ້ຂໍ້ຕົກລົງຫຼີກລ້ຽງຄວາມເສຍຫາຍໃຫ້ແກ່ທັງສອງຝ່າຍ. ໂຄສົກຄົນດັ່ງກ່າວ ກໍ່ຢັ້ງຢືນວ່າ ອັງກິດ ຢາກບັນລຸໄດ້ຂໍ້ຕົກລົງດ້ານການຄ້າເສລີ, ເຖິງຢ່າງໃດກໍ່ຕາມ ດ້ວຍສະພາບການຄືໃນປັດຈຸບັນ, ຄວາມສາມາດບໍ່ບັນລຸໄດ້ຂໍ້ຕົກລົງແມ່ນສູງທີ່ສຸດ.

ໃນຮ່າງເອກະສານຫຼ້າສຸດທີ່ໄດ້ຍົກອອກມາໃນວັນທີ 10 ທັນວາ, EU ຢາກໃຫ້ສອງຝ່າຍສືບຕໍ່ໄປຫາປາຢູ່ໃນເຂດທະເລຂອງຕົນເປັນເວລາ 12 ເດືອນ, ເຊິ່ງເລີ່ມແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ ແລະ ຮັກສາການບໍລິການທາງດ້ານການບິນ, ທາງບົກ, ການຂົນສົ່ງສິນຄ້າ ໃນຮອບເວລາ 6 ເດືອນ. ແຕ່, ຝ່າຍອັງກິດບໍ່ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ