ອັງກິດມີຈຳນວນຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າໝູ່ໃນໂລກໃນ 24 ຊົ່ວໂມງທີ່ຜ່ານມາ

(VOVWORLD) -   ໄລຮອດເວລາ 2 ໂມງຕອນເຊົ້າຂອງວັນທີ 17 ຕຸລາຕາມເວລາ GMT ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 342.060 ຄົນ ແລະມີ 5.325 ຄົນເສຍຊີວິດ
ອັງກິດມີຈຳນວນຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າໝູ່ໃນໂລກໃນ 24 ຊົ່ວໂມງທີ່ຜ່ານມາ - ảnh 1ພາບປະກອບ

     ອັງກິດມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍກວ່າໝູ່ໃນຂອບເຂດທົ່ວໂລກດ້ວຍຈຳນວນຜູ້ຕິດເຊື້ອ 43.423 ຄົນ. ຈຳນວນຜູ້ຕິດເຊື້ອໃໝ່ຢູ່ ອັງກິດພວມມີທ່າເພີ່ມຂຶ້ນ.

   ໃນຂະນະນັ້ນລັດເຊຍມີຈຳນວນຜູ້ເສຍຊີວິດຫຼາຍກວ່າໝູ່ໃນ 24 ຊົ່ວໂມງທີ່ຜ່ານມາດ້ວຍ 1.002 ຄົນ. ນີ້ເປັນຄັ້ງທຳອິດທີ່ ລັດເຊຍໄດ້ຢັ້ງຢືນຈຳນວນຜູ້ເສຍຊີວິດຫຼາຍກວ່າໝູ່ໃນໜຶ່ງວັນ. ທ່ານຮອງລັດຖະມົນຕີລັດເຊຍ ໂກລີ ໂກວາ ຖືວ່າອັດຕາບັນລຸພູມຕ້ານທານໃນຊຸມຊົນຕ້ອງການຢູ່ໃນລະດັບ 80% ເພື່ອຮັບປະກັນຄວາມສາມາດປ້ອງກັນປະຊາຊົນຕໍ່ໜ້າໂລກລະບາດໂຄວິດ - 19. ອັດຕາຊາວມົດສະກູສາມາດມີພູມຕ້ານທານຕ້ານເຊື້ອໄວຣັດໂຄວິດ - 19ໃນປັດຈຸບັນແມ່ນ 61%.

ຕອບກັບ

ຂ່າວ/ບົດ​ອື່ນ