ອັງກິດມີນາຍົກລັດຖະມົນຕີຄົນໃໝ່

ອັງກິດມີນາຍົກລັດຖະມົນຕີຄົນໃໝ່ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ  David Cameron
(ພາບ: ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ)

(vovworld)- ວັນ​ທີ 12/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ຄັ້ງ​ສຸດ​ທ້າຍ. ກອງ​ປະ​ຊຸມ​ມີ​ຄວາມ​ໝາຍ​ຄື​ການ​ເລີກ​ລາ​ຈາກ​ລັດ​ຖະ​ບານ​ຂອງ​ທ່ານ Cameron. ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ລັດ​ຖະ​ບານ ອັງ​ກິດ ໄດ້​ຖ່າຍ​ຮູບ​ທີ່​ລະ​ນຶກ​ທີ່​ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ພາຍຫຼັງ​ກອງ​ປະ​ຊຸມນີ້, ທ່ານ Cameron ໄດ້​ເຂົ້າ​ວັງ Buckingham ເພື່ອ​ພົບ​ປະ​ກັບ​ພະ​ລາ​ຊີ​ນີ Elizabeth II ແລະ ຍື່ນ​ໃບ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ. ຜູ້​ສືບ​ທອດ​ແມ່ນ​ທ່ານ​ນາງ Theresa May ກໍ່​ໄດ້​ມີ​ການ​ພົບ​ປະ​ກັບ​ພະ​ລາ​ຊີ​ນີ​ເພື່ອ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ທ່ານ​ນາງ Theresa May ຈະ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່​ຕ​າ​ມ​ຂໍ້​ສະ​ເໜີ​ຂອງ​ພະ​ລາ​ຊາ​ນີ. ທ່ານ​ນາງ Theresa May ພວມ​ຕ້ອງ​ຮັບ​ຄວາມ​ດັ່ນ​ເພື່ອ​ຍົກ​ອອກ​ບັນ​ດາ​ແຜນ​ການ​ໃຫ້​ແກ່​ການ​ປະ​ຕິ​ບັດ​ວິ​ວັດ​ທະ​ນາ​ການ​ນຳ​ປະ​ເທດ​ ອັງ​ກິດ ຖອນ​ອອກ​ຈາກ​ສະ​ຫະ​ພາບ ເອີ​ລົບ (ຫຼື​ເອີ້ນ​ວ່າ Brexit) ຢ່າງ​ສຳ​ເລັດ​ຜົນ.


ຂ່າວ/ບົດ​ອື່ນ